尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຕວກ​ກີ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ

2021-01-14 17:05:02 cri

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ ຟາ​ເຣັດ​ຕິນ ໂຄ​ຄາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຕວກ​ກີ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ແລະ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ. ຂະ​ນະ​ດຽວ​ກັນ, ຜູ້​ທີ່​ໄດ້​ສັກວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ຍັງ​ມີ​ສະ​ມາ​ຊິກ​​ຂອງຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

ທ່ານ ຟາ​ເຣັດ​ຕິນ ໂຄ​ຄາ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ຂອງ​ຈີນແມ່ນ​ມີ​ຄວາມ​ປອດ​ໄພ​ດີ,ພະ​ນັກ​ງານ​ການ​ແພດ​​ແລະ​ພະ​ຍາ​ບານ​ທົ່ວ​ປະ​ເທດ​ຕວກ​ກີ​ຈະ​ເລີ່ມ​ສັກວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ແຕ່​ວັນ​ທີ 14 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ. ທ່ານ​ກ່າວ​ຕື່ມ​ວ່າ: ບຸກ​ຄົນ​ການ​ເມືອງ​ທີ່​ສຳ​ຄັນ​ຂອງ​ຕວກ​ກີ​ສັກວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ກໍຈະ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ປະ​ຊາ​ຊົນ, ປະ​ຊາ​ຊົນ​ຈະ​ຕ້ອງ​ສັກວັກ​ຊິນ​ພະ​ຍາດ​ໂຄວິດ-19, ເພື່ອ​ຟື້ນ​ຟູ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຢ່າງ​ເປັນ​ປົກ​ກະ​ຕິ. ກ່ອນ​ໜ້າ​ນີ້, ທ່ານ ຟາ​ເຣັດ​ຕິນ ໂຄ​ຄາ ເຄີຍ​ໄດ້​ກ່າວ​ວ່າ: ຜົນ​ການ​ວິ​ເຄາະ​​ເບື້ອງ​ຕົ້ນ​ຕໍ່ຕົວ​ເລກ​ຂໍ້​ມູນ​ຂອງ​ອາ​ສາ​ສະ​ໝັກໃນ​ການ​ສັກວັກ​ຊິນ​ພະ​ຍາດ​ໂຄວິດ-19 ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ສິດ​ທິ​ຜົນ​ຂອງວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນມີ​ເຖິງ 91,25%.
 

ອົງ​ການ​ຢາ​ແລະ​​ວັດ​ຖຸອຸ​ປະ​ກອນ​ການ​ແພດ​ຕວກ​ກີ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 13 ມັງ​ກອນ​ນີ້ ​ໂດຍ​ໄດ້​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ​ຄົ້ນ​ຄວ້າ​ຜະ​ລິ​ດ​ຢ່າງ​ຮີບ​ດ່ວນ. ນີ້​ແມ່ນວັກ​ຊິນ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດໃຫ້​ນຳ​ໃຊ້​ໂດຍ​ດ່ວນ​ຈາກ​ລັດ​ຖະ​ບານ​ຕວກ​ກີ.

ຄຳ​ເຫັນ

0