黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການພັດທະນາການທ່ອງທ່ຽວແບບຍືນຍົງ

2021-01-14 13:03:48 cri

    ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດນ້ໍາກັດຢູ່ລະປ່າ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປປ ລາວ ໃນຫົວຂໍ້ “ການພັດທະນາການທ່ອງທ່ຽວແບບຍືນຍົງ”.

    ທ່ານກ່າວວ່າ: ຍ້ອນເຫັນໄດ້ຄວາມສໍາຄັນຂອງການພັດທະນາການທ່ອງທ່ຽວທໍາມະຊາດ ແບບຍືນຍົງ, ຕາມທິດຊີ້ນໍາຂອງພັກເຮົາ, ຕົນເອງຈຶ່ງໄດ້ສົມທົບແໜ້ນກັບຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໃສ່ຊື່ໂຄງການວ່າ: “ ສະຖານທີ່ທ່ອງທ່ຽວທໍາມະຊາດນ້ໍາກັດຢູ່ລະປ່າ ” ຈຸດປະສົງເປົ້າຫມາຍຂອງໂຄງການແມ່ນເລັ່ງໃສ່ 3 ເປົ້າໝາຍຕົ້ນຕໍ ຄື:

-ໜຶ່ງ, ເພື່ອອະນຸລັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບການອະນຸລັກວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ຕາມທິດພັດທະນາ ສີຂຽວ ແລະ ຍືນຍົງ.

-ສອງ, ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວໃຫມ່ໃຫ້ມີຄວາມຫຼາກຫຼາຍ ແລະ ໄດ້ມາດ ຕະຖານລະດັບສາກົນ ເພື່ອຊ່ວຍດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ເຂົ້າມາທ່ຽວປະເທດລາວ ເຮົາໃຫ້ຫຼາຍຂຶ້ນ.

-ສາມ, ສ້າງອາຊີບ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ເພື່ອປະກອບສ່ວນ ຊ່ວຍລົບລ້າງຄວາມທຸກຍາກໃຫ້ປະຊາຊົນ ຕາມແນວທາງນະໂຍບາຍ ຂອງພັກ-ລັດເຮົາ. ໃນການຈັດຕັ້ງປະຕິບັດໂຄງການ ພວກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການຮ່ວມມືປະ ສານສົມທົບແຫນ້ນຈາກ 3 ພາກສ່ວນຄື: ລັດ, ຜູ້ລົງທຶນ ແລະ ປະຊາຊົນໃນທ້ອງຖິ່ນ. ໃນນັ້ນ ສຸມໃສ່ 4 ວຽກງານຈຸດສຸມຄື:

-ໜຶ່ງ, ວຽກງານອະນຸລັກ-ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ; -ສອງ,ວຽກງານສ້າງບຸກຄະລາກອນ ໂດຍເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນເປັນຕົ້ນຕໍ ໂດຍປະສົມປະສານການອະນຸລັກຮັກສາແບບວິຖີຊີວິດຂອງຊົນເຜົ່າໃນ ທ້ອງຖິ່ນເຂົ້າໃນວຽກງານທ່ອງທ່ຽວ; -ສາມ, ວຽກງານການສ້າງພື້ນຖານໂຄງລ່າງ ແລະ ຜະລິດຕະພັນການທ່ອງທ່ຽວ ແລະ ສີ່, ວຽກງານພາກການຕະຫຼາດ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ, ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ສະແດງອອກຄື:ໜຶ່ງ, ບໍລິສັດ ໄດ້ມີການລົງທຶນຢ່າງຫຼວງຫຼາຍເຂົ້າໃນການພັດທະນາໂຄງການ ເຮັດໃຫ້ໂຄງການກາຍເປັນຮູບປະທໍາ. -ສອງ, ເປັນເຈົ້າການປະສານສົມທົບກັບອົງການປົກຄອງແຂວງ ແລະ ປະຊາຊົນໃນທ້ອງຖິ່ນ ໃນ ການອະນຸລັກ-ຟື້ນຟູ ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນເຂດອ່າງໂຕ່ງຂອງສາຍນ້ໍາກັດປ່າສະຫງວນແຫ່ງຊາດພູຂອງຜີ. ອັນພົ້ນເດັ່ນ ແມ່ນສາມາດຫຼຸດຜ່ອນການບຸກລຸກທໍາລາຍທໍາມະຊາດ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ສັດບົກ, ສັດນ້ໍາ ແລະ ຊີວະນາໆພັນກໍ່ມີຈໍານວນເພີ່ມຂື້ນເລື້ອຍໆ. -ສາມ, ປະກອບສ່ວນໃນການອະນຸລັກວັດທະນະທໍາ, ວິຖີຊິວິດ, ຮີດຄອງປະເພນີຂອງປະຊາຊົນ ບັນດາເຜົ່າໃນທ້ອງຖິ່ນ ໂດຍສະເພາະເຜົ່າກຶມມຸໃນເຂດໂຄງການ ດ້ວຍການສ້າງບ້ານຊົນເຜົ່າ, ຮັກສາການນຸ່ງຖື ແລະ ເຊື່ອມສານວິຖີການດໍາລົງຊີວິດໃຫ້ຕິດພັນກັບໂຄງການຢ່າງກົມກຽວ. -ສີ່, ສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນພື້ນທີ່ໂຄງການໄດ້ຫຼາຍຮ້ອຍກວ່າຄົນ, ຊ່ວຍຝຶກອົບຮົມໃຫ້ປະຊາຊົນທີ່ເຂົ້າມາເຮັດວຽກໃນໂຄງການຫັນປ່ຽນຈາກການອາໄສຫາກິນຕາມທໍາມະຊາດ ກາຍເປັນບຸກຄະລາກອນທີ່ມີຄຸນນະພາບໃນວິຊາສະເພາະດ້ານຕ່າງໆ ທີ່ຕິດພັນກັບການບໍລິການ ການທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. -ຫ້າ, ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ ເຊິ່ງຈະກາຍເປັນຜະລິດຕະພັນສົ່ງອອກກັບທີ່ມີຄວາມຍືນຍົງ, ສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມແກ່ປະຊາຊົນ, ອົງການປົກຄອງແຂວງ ກໍ່ຄືປະເທດຊາດຂອງເຮົາໃນໄລຍະຍາວ.

ຈາກຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ, ສະຖານທີ່ທ່ອງທ່ຽວນ້ໍາກັດບໍລະປ່າ ຈຶ່ງເປັນທີ່ນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຈາກການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສາມາດຖອດບາງບົດຮຽນໄດ້ວ່າ: ການ ພັດທະນາການທ່ອງທ່ຽວທີ່ຕິດພັນກັບການອະນຸລັກທໍາມະຊາດ ໂດຍປະຊາຊົນມີສ່ວນຮ່ວມ ແລະ ອະນຸລັກວິຖີຊິວິດ ຂອງປະຊາຊົນໃນທ້ອງຖິ່ນ ຄວນໄດ້ເອົາໃຈໃສ່ ດັ່ງນີ້:

-ໜຶ່ງ, ມີແນວທາງ, ນະໂຍບາຍທີ່ຖືກຕ້ອງ, ໄດ້ຮັບການຊຸກຍູ້, ສະຫນັບສະຫນູນຈາກທຸກຂັ້ນ, ທຸກ ຂະແຫນງການ ຈຶ່ງສາມາດເຮັດໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

-ສອງ, ບໍລິສັດມີຄວາມຕັດສິນໃຈສູງໃນການພັດທະນາໂຄງການຕາມແນວທາງນະໂຍບາຍ ຂອງພັກ ແລະກົດຫມາຍ, ລະບຽບການ ຂອງລັດ, ແນ່ໃສ່ຜົນປະໂຫຍດ ຂອງລັດ, ປະຊາຊົນເປັນຕົ້ນ ຕໍ່, ການລົງທຶນໃນກິດຈະການດັ່ງກ່າວ ເປັນການລົງທຶນທີ່ໃຫ້ຜົນຕອບແທນໃນໄລຍະຍາວ ແລະ ມີ ຄວາມສ່ຽງສູງ, ຈຶ່ງເຫັນວ່າ ຖ້າລັດບໍ່ມີນະໂຍບາຍສົ່ງເສີມເປັນພິເສດ ຈະມີຄວາມເປັນໄປໄດ້ຍາກ.

-ສາມ, ການອະນຸລັກສິ່ງແວດລ້ອມທໍາມະຊາດ ແລະ ວິຖີຊິວິດ ຂອງປະຊາຊົນບັນດາເຜົ່ານັ້ນ ຕ້ອງ ໄດ້ເພີ່ມທະວີວຽກງານການຮ່ວມມືປະສານງານ ລະຫວ່າງ ພາກລັດ, ຜູ້ລົງທຶນ ແລະ ປະຊາຊົນ; ເພີ່ມ ທະວີວຽກງານແນວຄິດ, ເພີ່ມທະວີນະໂຍບາຍສົ່ງເສີມພິເສດ; ພ້ອມກັນນີ້ ຕ້ອງໄດ້ມີການລົງທຶນ ຢ່າງຫຼວງຫຼາຍໂດຍບໍ່ຫວັງຜົນກໍາໄລໃນໄລຍະສັ້ນ.

ສໍາລັບທິດທາງໃນການພັດທະນາໂຄງການໃນຕໍ່ຫນ້າ, ທ່ານປະທານບໍລິສັດໄດ້ເນັ້ນໃສ່ 4ເປົ້າຫມາຍຄື: ໜຶ່ງ, ປັບປຸງຂອດການບໍລິການ, ຂະຫຍາຍກິດຈະການຕາມຄວາມຕ້ອງການ ຂອງຕະຫຼາດ ແລະ ເລັ່ງໃສ່ການຂະຫຍາຍຕະຫຼາດໃຫ້ກ້ວາງຂວາງ. ສອງ, ປະສານສົມທົບກັບອົງການປົກຄອງແຂວງເພື່ອວາງແຜນຄຸ້ມຄອງ, ອະນຸລັກ ເຂດປ່າສະຫງວນແຫ່ງຊາດພູຂອງຜີໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ. ສາມ, ວາງແຜນແບບມີສ່ວນຮ່ວມກັບພາກລັດ, ປະຊາຊົນໃນຂອບເຂດພື້ນທີ່ໂຄງການໃນການອະນຸລັກວັດທະນະທໍາ ແລະ ຮີດຄອງປະເພນີ, ວິຖີຊີວິດຂອງບັນດາເຜົ່າໃນທ້ອງຖິ່ນໃຫ້ມີຄວາມ ຍືນຍົງຕິດພັນກັບໂຄງການ ແລະ ສ້າງແຜນພັດທະນາວິຊາອາຊີບ, ສີມືແຮງງານຂອງທ້ອງຖິ່ນໃຫ້ສາມາດສະຫນອງພຽງພໍໃນໂຄງການ. ສີ່, ສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ ເພື່ອຂະຫຍາຍສາຂາຂອງກິດຈະການໃນຮູບແບບດຽວກັນໄປສະຖານທີ່ໃຫມ່ໃນທົ່ວປະເທດຕາມເງື່ອນໄຂທີ່ເອື້ອອໍານວຍ, ເຊິ່ງມາຮອດປະຈຸບັນແມ່ນສາມາດຂະຫຍາຍສາຂາທີ່ 2 ແລ້ວ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ອ່າງ ໂຕ່ງນ້ໍາປຽນ ເມືອງປາກງຶ່ມ ນະຄອນຫຼວງວຽງຈັນ ຊຶ່ງໂຄງການມີຊື່ວ່າ “ນ້ໍາປຽນລະປ່າ”ເຊິ່ງມາຮອດປະຈຸບັນແມ່ນໄດ້ດໍາເນີນໂຄງການສໍາເລັດແລ້ວ 50% ຂອງແຜນແມ່ບົດ ແລະ ໄດ້ເປີດບໍລິການທົດລອງແລ້ວໃນເດືອນ ກໍລະກົດ ປີ 2020 ທີ່ຜ່ານມາ.

 

ຄຳ​ເຫັນ

0