尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວທີປຶກສາຫາລືການເງິນອາຊີຄັ້ງທີ 14 ຈະຈັດຂຶ້ນຜ່ານທາງອອນລາຍໃນອາທິດໜ້າ

2021-01-14 17:04:20 cri

ກອງປະຊຸມເວທີປຶກສາຫາລືການເງິນອາຊີຄັ້ງທີ 14 ທີ່ອຳນາດການປົກຄອງເຂດບໍລິຫານພິເສດຮົງກົງແລະສະ​ພາພັດທະນາການຄ້າຮົງກົງເປັນເຈົ້າພາບຈະຈັດຂຶ້ນຜ່ານທາງອອນລາຍໃນວັນທີ 18 ຫາວັນທີ 19 ມັງກອນນີ້ ພາຍໃຕ້ຫົວຂໍ້ “ສ້າງສະພາບການໃໝ່​ໃຫ້​ກັບເສດຖະກິດໂລກຄືນໃໝ່” ເຊິ່ງ​ຈະໄດ້ເຕົ້າໂຮມຜູ້ຊ່ຽວຊານດ້ານການເງິນແລະການລົງທຶນ, ຜູ້ດີເດັ່ນ​ຈາກວົງການການຄ້າແລະນັກເສດຖະສາດຈາກທົ່ວໂລກ 160 ກວ່າ​ທ່ານ, ເພື່ອຄົ້ນຄວ້າປຶກສາຫາລືກ່ຽວກັບອະນາຄົດແລະໂອກາດການຄ້າ​ກັບການຟື້ນຟູເສດຖະກິດໂລກໃນປີ 2021.
 

ເວທີປຶກສາຫາລືການເງິນອາຊີຫຼື AFF ທີ່ສ້າງຕັ້ງຂຶ້ນໃນປີ 2007 ແມ່ນ​ເວ​ທີ​ທີ່​ສະ​ໜອງ​​ເວ​ທີໃຫ້​ແກ່ຜູ້​ນຳ​ວົງ​ກາ​ນ​ລັດ​ຖະ​ບານ,ການ​ເງິນ​ແລະ​ການ​ຄ້າ​ຂອງ​ໂລກ, ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ປະ​ກອບ​ຄວາມ​ເຫັນ​ກໍ​ຄື​​ການ​ສ້າງ​ໂອ​ກາດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ກັບ​ເຂົາ​ເຈົ້າ. ຜູ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ຍັງ​ຈະ​ໄດ້​ຕິດ​ຕໍ່​​ພົວ​ພັນກັບ​ໂຄງ​ການ​ຈັດ​ຫາ​ທຶນ​ແລະ​ໂຄງ​ການການ​ລົງ​ທຶນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ຜ່ານ​ວິ​ດີ​ໂອ​ແບບ 2 ຕໍ່ 2 ໂດຍ​ອີງ​ຕາມຂົງ​ເຂດ​ທີ່​ມີຄວາມ​ສົນ​ໃຈ. ເວ​ທີ​ປຶກ​ສາ​ຫາ​ລື​ໃນ​ປີ​ນີ້​ແມ່ນ​ຈັດ​ຂຶ້ນ​ເປັນຄັ້ງ​ທີ 14 ​ໃນ​ຮູບ​ແບບ​ຜ່ານ​ທາງ​ອອນ​ລາຍ​​ເປັນຄັ້ງ​ທຳ​ອິດ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0