黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສົ່ງ​ສາ​ນອວຍ​ພອນ​ໄປ​ຍັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ ປ​ປ​ລ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ 4 ດີ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ

2021-01-14 19:17:21 cri

ວັນ​ທີ 13 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຈັດ​ຂຶ້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ໃນຫຼາຍ​ປີ​ຜ່ານ​ມາ, ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່ມີ​ສະ​ຫາຍ​ບຸນ​ຍັງ ວໍ​ລະ​ຈິດ​ເປັນ​ແກນ​ນຳ ໄດ້​ນຳ​ພາ​ປະ​ຊ​າ​ຊົນ​ທົ່ວ​ປະ​ເທດ​ລາວ, ຍາດ​ໄດ້​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​​ປ່ຽນ​ແປງ​ໃໝ່ ແລະ ສ້າງ​ສາ​ສັງ​ຄົມ​ນິ​ຍົມ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ພາຍ​ໃຕ້​ການ​​ຊີ້​ນຳນຳ​ພາ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ເທດ​ລາວ​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ຢ່າງ​ບັງ​ເກີດ​ຜົນ, ​ສາ​ມາດ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​​ໄດ້​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເປັນ​ກ້າວໆ.

ໃນ​ມື້​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສົ່ງ​ສານ​ອວຍ​ພອນ​ໄປ​ຍັງ​ກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ ໂດຍ​ລະ​ບຸ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ, ລົງ​ເລິກ​ການ​ຮ​ວ່ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ກໍ​ຄື​ການ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​​ວ່າ: ​ພັກ ແລະ ລັດ​ຖະ​ບານ​ຈີນ​ໄດ້ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ ແລະ ສອງ​ລັດ​ຈີນ-ລາວ.

ໃນ​ຖາ​ນະ​ “ຄູ່​ຮ່ວມ​ຍຸດ​ທະ​ສາດຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ​ຕາມ​ທິດ 4 ດີ ຄື: ເປັນ​ບ້ານ​ໃກ້​ເຮືອນ​ຄ​ຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ, ນັບ​ແຕ່​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ສອງ​ປະ​ເທດ​ໄດ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ອຸ​ດົ​ມ​ສົມ​ບູນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ ແລະ ອື່ນໆ. ໂຄງ​ການ​ຮ່ວມ​ມື​ດາວ​ທຽມ​ລາວ-ຈີນ, ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຕ່າງໆ, ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ແລະ ໂຄງ​ການ​ອື່ນໆ ໄດ້​ຊ່ວຍ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ໃນ​ປີ 2020 ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ລະ​ດັບ​ໃດ​ໜຶ່ງ, ແຕ່​ສອງ​ປະ​ເທດ​​ໄດ້ຮ່ວມ​ມື​ກັນ​ຢ່າງ​ຕັ້ງ​ໜ້າ ແລະ ຍາດ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ຄຽງ​ຄູ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຖືກ​ຄວບ​ຄຸມ​ໄວ້​ໄດ້ ແລະ ​ການປ້ອງ​ກັນ​ພະ​ຍາດ​ເຂົ້າ​ສູ່​ສະ​ພາບ​ການ​ປົກ​ກະ​ຕິ, ສອງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ ​ໄດ້ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄປ​ພ້ອມໆ​ກັນ ໂດຍ​ໄດ້​ເປີດ “ຊ່ອງ​ທາງ​​ພິ​ເສດ” ໃນ​ທັນ​ທີ ເພື່ອ​​ສະ​ໜັບ​ສະ​ໜູນການ​ໄປ​ມາ​ຫາ​ສູ່​ກັນ​ແບບ​ປົກ​ກະ​ຕິ.

ນອກ​ນີ້, ການ​ຮ່ວມ​ມື​ກັນເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກໍ​ແມ່ນ​ວຽກ​ງານ​​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ປີ 2018 ແລະ ປີ 2019, ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ເດີນ​ທາງໄປ​ຖອດ​ຖອນ​ບົດ​ຮຽນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ຢູ່​ແຂວງ​ຫູ​ໜານ ແລະ ແຂວງ​ອານ​ຮຸຍ​ຂອງ​ຈີນ. ການ​​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແບບ​ພິ​ເສດ​ດັ່ງ​ກ່າວ​ເປັນ​ວາ​ລະ​​ການຢ້ຽມ​ຢາມ​ທີ່​ເກືອບ​ບໍ່​ເຄີຍ​ມີ​​ຈັກ​ເທື່ອສຳ​ລັບ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ​​ທີ່​ເດີນ​ທາງມາ​ຢ້ຽມ​ຢາມ​ຈີນ. ອາດ​ເວົ້າ​ໄດ້​ວ່າ: ​ຍ້ອນວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ປ​ະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ແລະ ​ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ກໍ​​ໃຫ້​ຄວາມ​ສົນ​ໃຈ​ແລະເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ລາວ.

ປີ 2021 ແມ່ນ​ປີ​ລະ​ນຶກ​ການ​ສ້າງ​ຕັ້ງສາຍ​ສຳ​ພັນ​ທາງ​ການ​ທູດ​ລາວ-ຈີນ​ຄົບ​ຮອບ 60 ປີ. ເວົ້າ​ສຳ​ລັບ​ສອງ​ປະ​ເທດ​ລາວ-ຈີນ​ແລ້ວ, ປີ 2021 ເປັນ​ປີ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ຕົນ​ໃນ​ເວ​ລາ​ນີ້, ຍ່ອມ​ຈະສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລາວ-ຈີນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຍ່ອມ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ ແລະ ເປັນ​ການ​ປະ​ກອບ​ສ່ວນ​ທີ່​ໃຫຍ່ຫຼວງກວ່າ​ເກົ່າໃນ​ການ​ປົກ​ປັກ​ຮັກ​ສາສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພ​າກ​ພື້ນ ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0