黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຊສົມບູນຖືສໍາຄັນວຽກງານ ປກສ, ປກຊ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

2021-01-14 10:26:51 cri

 

圖片默認標題_fororder_33333333

  ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ເມື່ອຕອນບ່າຍຂອງວັນທີ 13 ມັງກອນ 2021 ໃນຫົວຂໍ້: ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຢູ່ແຂວງໄຊສົມບູນ.
    ທ່ານກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງໄຊສົມບູນ ເຫັນວ່າ: ບັນດາໜໍ່ແໜງຄວາມບໍ່ສະຫງົບໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ເຮັດໃຫ້ທົ່ວແຂວງນັບມື້ມີຄວາມສະຫງົບປອດໄພດີຂຶ້ນເທື່ອລະກ້າວ, ຖ້າທຽບໃສ່ຊຸມປີທີ່ຜ່ານມາກັບປັດຈຸບັນ ແຂວງໄຊສົມບູນແມ່ນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບປອດໄພດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການນໍາພາຂອງອົງຄະນະພັກແຂວງຫຼາຍຂຶ້ນ ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ ສະແດງອອກປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເປັນເຈົ້າຫຼາຍຂຶ້ນ ແລະ ສ້າງພື້ນຖານຂອງຄອບຄົວໄດ້ແໜ້ນໜາ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.ອັນພົ້ນເດັ່ນ ແມ່ນການຢັ້ງຢືນເຖິງຄວາມສະຫງົບ, ຄວາມປອດໄພຂອງແຂວງໄຊສົມບູນ, ຊຶ່ງໃນປີ 2020 ໄດ້ມີການຈັດຕັ້ງຫຼາຍງານທີ່ສໍາຄັນຂອງພັກ, ຂອງຊາດຢູ່ແຂວງ ເປັນຕົ້ນ: ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ, ງານສະເຫລີມສະຫລອງ 2 ວັນປະຫວັດສາດ, ບັນດາກິດຈະກໍາຍາດເອົາໄຊຊະນະທ້າຍປີ 2020, ຂະບວນຄະລາວານພິຊິດຈອມພູເບ້ຍ ແລະ ກອງປະຊຸມທາບທາມ ເນື້ອໃນ ແລະ ບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເຊິ່ງໄດ້ເຮັດໃຫ້ກອງປະຊຸມສໍາຄັນຕ່າງໆມີຄວາມສະຫງົບປອດໄພ 100%; ພວກເຮົາສາມາດຂື້ນຢືນຢູ່ຈອມພູເບ້ຍ ແລະ ແກວ່ງສະບັດທຸງຊາດ, ທຸງພັກ ເປັນການປະກາດໄຊຊະນະ ຢ່າງສະຫງ່າຜ່າເຜີຍ.
    ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະດີພໍສົມຄວນ ສະເລ່ຍ 7% ຕໍ່ປີ, ໃນ ເມືອກ່ອນເກັບລາຍຮັບບໍ່ພຽງພໍກັບການໃຊ້ຈ່າຍ ສະເລ່ຍໃນແຕ່ລະປີເກັບໄດ້ພຽງ 40 ກວ່າ% ຂອງລາຍຈ່າຍ ແຕ່ມາຮອດທ້າຍປີ 2019-2020 ແຂວງໄຊສົມບູນ ສາມາດເກັບລາຍຮັບເພີ່ມຂຶ້ນເປັນ 117,10% ຕາມການ ແບ່ງຂັ້ນຄຸ້ມຄອງຕາມທິດເປັນແຂວງທີ່ມີຄວາມສາມາດກຸ້ມຕົນເອງດ້ານງົບປະມານ;ໃນດ້ານການລົງທຶນຂອງລັດ, ແຂວງໄຊສົມບູນໄດ້ຖືເອົາການພັດທະນາໂຄງລ່າງ, ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ໄດ້ສຸມໃສ່ກໍ່ສ້າງເສັ້ນທາງແຕ່ແຂວງຫາເມືອງ, ເມືອງຫາບ້ານ ແລະ ເສັ້ນທາງເຊື່ອມໂຍງ-ເຊື່ອມຈອດກັບບັນດາແຂວງອ້ອມຂ້າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຂອງປະຊາຊົນ, ທັງເປັນການອໍານວຍຄວາມສະດວກ ແລະ ຍູ້ການທ່ອງທ່ຽວຢູ່ແຂວງໄຊສົມບູນອີກດ້ວຍ. ໃນນັ້ນ, ແຂວງໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ສົມທົບກັບຄະນະນັກວິທະຍາສາດ ຂອງຄະນະຮັບຜິດຊອບ ພັດທະນາເຂດໃຈກາງລົງສູ່ປະຊາຊົນ ເພື່ອໃຫ້ ຄວາມຮູ້ ແລະ ຊຸກຍູ້ສົ່ງເສີມໃນການຜະລິດເປັນສິນຄ້າ (ການປູກ, ການລ້ຽງ) ຕິດພັນກັບການຈັດສັນພູມລໍາ ເນົາ, ອາຊີບຄົງທີ່ໃຫ້ປະຊາຊົນທຸກຍາກ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຈໍານວນຫນຶ່ງ; ສ້າງກົນໄກ ແລະ ນະໂຍບາຍເປັນເງື່ອນໄຂປຸກລະດົມຂົນຂວາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ນັບມື້ນັບຫລາຍຂຶ້ນ ໂດຍສະເພາະການລົງທຶນໃສ່ 5 ຂະແຫນງ ທີ່ເປັນທ່າແຮງ ຂອງແຂວງ ຄື: ກະສິກໍາ, ໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ມາຮອດ ປັດຈຸບັນການລົງທຶນມີທັງຫມົດ 44 ໂຄງການ, ໃນນັ້ນ: ດ້ານກະສິກໍາ 4 ໂຄງການ, ດ້ານການທ່ອງທ່ຽວ 4 ໂຄງການ, ດ້ານບໍ່ແຮ່ 8 ໂຄງການ; ດ້ານພະລັງງານໄຟຟ້າມີ 28 ໂຄງການ.

ຄຳ​ເຫັນ

0