蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂດ​ໂນ ທ​ຣຳ ຖືກ​ຍື່ນ​ຖອດ​ຖອນ​ອີກ​ເທື່ອ​ໜຶ່ງ

2021-01-14 16:23:28 CRI

ວັນ​ທີ 13 ມັງ​ກອ​ນ​ນີ້, ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ລົງ​ຄະ​ແນ​ນ​ສຽງ​ຕາມ​ມາດ​ຕາ​​ທີ່ຖອດ​ຖອນ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ກ່າວ​ຟ້ອງ​ທ່ານ​ວ່າ​ໄດ້ “ຍຸ​ຍົງກໍ່​ໃຫ້​ເກີດ​ການ​ກະ​ບົດ”. ທ່ານ​ໂດ​ໂນ ທ​ຣຳ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ຖືກ​ຍື່ນ​ຖອດ​ຖອນ​ສອງ​ເທື່ອ​ຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກາ.

ຕອນ​ບ່າຍ​ມື້​ດຽວ​ກັນ, ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ລົງ​ຄະ​ແນນ​ສຽງ ​ເພື່ອຖອດ​ຖອນ​ດ້ວຍ 232 ​ສຽງເຫັນ​ດີ ແລະ 197 ສຽງ​ຄັດ​ຄ້​ານ. ​ຈາກ​ນີ້ຕໍ່​ໄປ, ​ຂັ້ນ​ຕອນການ​ຖອດ​ຖອນ​ຈະ​ຍື່ນ​ໃຫ້​ສະ​ພາ​ສູງ​ອາ​ເມ​ຣິ​ກາ​​ຄົ້ນ​ຄວ້າພິ​ຈາ​ລະ​ນາ, ຕ້ອງ​ໄດ້​ຮັບການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ສະ​ພາ​ສູງ 2 ສ່ວນ 3 ຂຶ້ນ​ໄປ, ຈິ່ງ​ຈະ​ສາ​ມາດ​ຖອດ​ຖອນ​ທ່ານ​ໂດ​ໂນ ທ​ຣຳ​ໄດ້. ມື້​ດຽວ​ກັນ, ທ່ານ​ມິ​ດ ແມັກ​ຄອນ​ເນວ ຜູ້​ນຳ​ພັກ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ສູງ​ກ່າວ​ວ່າ: ສະ​ພາ​ສູງ​ຈະ​ບໍ່​ຮຽກ​ໄຂ​ກອງ​ປະ​ຊຸມ​ກ່ອນ​ເວ​ລາ​ກຳ​ນົດ​ ເພື່ອ​ຄົ້ນ​ຄວ້າພິ​ຈາ​ລະ​ນາ​ຄະ​ດີ​ຖອດ​ຖອນ​ທ່ານ​ໂດ​ໂນ ທ​ຣຳ ເຊິ່ງ​ໝາຍ​ຄວາມ​ວ່າ: ການ​ຍື່ນ​ຖອດ​ຖອນ​ທ່ານ​ໂດ​ໂນ ທ​ຣຳ ຈະ​ບໍ່​ໄດ້​ຖືກ​ຈັດ​ຂຶ້ນ​ກ່ອນ​ເວ​ລາ​ທີ່​ທ່ານ​ໂຈ ໄບ​ເ​ດັນ ປະ​ທານ​າ​ທິ​ບໍ​ດີ​ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈະ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ໃນ​ຕອນ​ທ່ຽງ​ຂອງວັນ​ທີ 20 ມັງ​ກອນ​ນີ້.

ຄຳ​ເຫັນ

0