黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງແຂວງອຸດົມໄຊເປັນໃຈກາງ ການພັດທະນາເຂດແຄ້ວນ

2021-01-14 10:32:30 cri

ສ້າງແຂວງອຸດົມໄຊເປັນໃຈກາງ ການພັດທະນາເຂດແຄ້ວນ_fororder_22222

ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ຕອນບ່າຍວັນທີ 13 ມັງກອນ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ຂຶ້ນປະກອບຄໍາໃນຫົວຂໍ້ “ສ້າງແຂວງອຸດົມໄຊເປັນໃຈກາງ ການພັດທະນາເຂດແຄ້ວນ”. ທ່ານ ໄດ້ກ່າວບາງຕອນທີ່ສໍາຄັນວ່າ: ແຂວງອຸດົມໄຊ ເປັນແຂວງຫນຶ່ງ ທີ່ມີທີ່ຕັ້ງຍຸດທະສາດສໍາຄັນຢູ່ໃຈກາງຂອງບັນດາແຂວງພາກເຫນືອຂອງລາວ, ມີເນື້ອທີ່ທັງຫມົດ 15.750 ກິໂລຕາແມັດ, ມີພົນລະເມືອງ 350.670 ຄົນ, ມີ 12 ເຜົ່າ, ມີຊາຍແດນຕິດຈອດກັບບັນດາ ຜົ້ງສາລີ, ຫຼວງນ້ໍາທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ສປ ຈີນ, ມີທີ່ຕັ້ງເປັນໃຈກາງຜ່ານ ລະຫວ່າງຕາເວັນອອກ-ຕາເວັນຕົກ ແລະ ລະ ຫວ່າງເຫນືອ-ໃຕ້, ມີເສັ້ນທາງຫຼວງແຫ່ງຊາດເລກທີ 13 ແຕ່ໃຕ້ຜ່ານອຸດົມໄຊໄປ ສປ ຈີນ ແລະ ທາງ 2E-2W ແຕ່ຊາຍແດນ ສສ ຫວຽດນາມ ຜ່ານອຸດົມໄຊ ໄປລາຊາອະນະຈັກໄທ ແລະ ສະຫະພາບມຽນມາ.

    ບົນພື້ນຖານດັ່ງກ່າວ ສູນກາງພັກ ແລະ ລັດຖະບານ ຈິ່ງໄດ້ກໍານົດເອົາແຂວງອຸດົມໄຊ ເປັນ ໃຈກາງພັດທະນາຂອງເຂດແຄ້ວນຢູ່ພາກເຫນືອຂອງລາວ ໂດຍສຸມທຶນຮອນ ແລະ ວິຊາການເຂົ້າໃນ ການຈັດຕັ້ງປະຕິບັດຕົວຈິງ. ປະຕິບັດຕາມທິດນໍາດັ່ງກ່າວ , ຕະຫຼອດໄລຍະ 5 ປີຜ່ານມາ, ເປັນຕົ້ນແມ່ນການປັບປຸງລະບົບການເມືອງແຕ່ຮາກ ຖານຂຶ້ນມາ ຕິດພັນກັບການປັບປຸງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມຫນັກ ແຫນ້ນ ເຂັ້ມແຂງ ແລະ ສາມາດຊ່ວຍຫນູນບັນດາແຂວງອ້ອມຂ້າງ, ການກໍ່ສ້າງພື້ນຖານໂຄງລ່າງກໍ່ສ້າງ ທາງ, ພື້ນຖານວັດຖຸເຕັກນິກຈໍານວນຫນຶ່ງ, ສ້າງແຂວງເປັນໃຈກາງທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການທາງດ້ານວັດທະນະທໍາ-ສັງຄົມ, ເພື່ອສະຫນັບສະຫນູນ ແລະ ຊ່ວຍເຫຼືອແຂວງ ອ້ອມຂ້າງເຊັ່ນ: ການປັບປຸງ ແລະ ຍົກລະດັບເສັ້ນທາງເລກທີ 13 ເຫນືອ ແຕ່ອຸດົມໄຊ ຫານາເຕີຍ ແຂວງຫຼວງນ້ໍາທາ ແລະ ແຕ່ອຸດົມໄຊ ຫາປາກມອງ ແຂວງຫຼວງພະບາງ, ການສ້າງສູນເຕັກນິກກະສິ ກໍາ 9 ແຂວງພາກເຫນືອ, ການສ້າງໂຮງງານຫົວອາຫານສັດ, ສະຫນາມກິລາ, ໂຮງຮຽນວິຊາຊີບ ແລະ ຍົກລະດັບໂຮງຫມໍແຂວງ ເປັນໂຮງຫມໍທັນສະໄຫມຂອງເຂດພາກເຫນືອ, ພິເສດແມ່ນການກໍ່ສ້າງທາງ ລົດໄຟຄວາມໄວສູງລາວ-ຈີນ ຜ່ານອຸດົມໄຊ 126,6 ກມ. ເພື່ອນໍາເອົາ ແຂວງອຸດົມໄຊກ້າວຂຶ້ນເປັນໃຈກາງພັດທະນາທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ການບໍ ລິການ-ການທ່ອງທ່ຽວ, ຄວາມຫມັ້ນຄົງທີ່ຫນັກແຫນ້ນເຂັ້ມແຂງ, ຄວາມມັ່ງຄັ້ງເຂັ້ມແຂງ ແລະ ຄວາມ ຈະເລີນຮຸ່ງເຮືອງໃນອະນາຄົດ ຢູ່ພາກເຫນືອຂອງລາວ. ເສດຖະກິດຂອງແຂວງມີການຂະຫຍາຍ ຕົວ ຢ່າງຕໍ່ເນື່ອງ, ການເກັບລາຍຮັບງົບປະມານໄດ້ເພີ່ມຂຶ້ນ ແລະ ລື່ນຄາດຫມາຍເປັນລໍາດັບ (ປີ. 4018 ບັນລຸໄດ້ 104,65%, ປີ 2013 ບັນລຸໄດ້ 108,40% ແລະ ປີ 2020 ບັນລຸໄດ້ . 108,76% ຂອງແຜນການ).

    ສໍາລັບທິດທາງແຜນການໃນຕໍ່ໜ້າ, ສະຫາຍເລຂາຄະນະພັກແຂວງອຸດົມໄຊໄດ້ເນັ້ນໃສ່  4 ໃຈກາງພັດທະນາເຊັ່ນ: ໃຈກາງດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ໃຈກາງດ້ານເສດຖະກິດ, ໃຈກາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງທາງດ້ານການບໍລິການ ແລະ ການທ່ອງທ່ຽວ ເພື່ອໃຫ້ໄດ້ຕາມຄາດຫມາຍທີ່ວາງໄວ້, ແຂວງອຸດົມໄຊ ຕ້ອງສຸມໃສ່ປະຕິບັດ 5 ແຜນງານໃຫຍ່ ແລະ 460 ໂຄງການ (ມີ 390 ເປັນໂຄງການບູລິມະສິດ) ແຕ່ນີ້ຮອດປີ 2035, ໃນນີ້ ບັນດາໂຄງການອັນຮີບດ່ວນສະເພາະຫນ້າທີ່ຕ້ອງສູ້ຊົນປະຕິບັດແຕ່ນີ້ຫາ ປີ 2025 ແມ່ນການສ້າງບັນດາປະຖົມປັດໄຈ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອຮອງຮັບເອົາ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.ອັນທີສອງ ແມ່ນເລັງລັດພັດທະນາຊັບ ພະຍາກອນມະນຸດ,  ອັນທີສາມ ແມ່ນການປັບປຸງກົນໄກ, ລະບອບ, ລະບຽບ, ແບບແຜນວິທີເຮັດວຽກຕາມທິດ 4 ບຸກທະລຸ.

ຄຳ​ເຫັນ

0