蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

AIIB ຈະ​​ໃຫ້​ການສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ແລະ ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາ​ງ​ສັງ​ຄົມ​ອື່ນໆ

2021-01-14 16:25:02 CRI

ອາ​ທິດ​ນີ້, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ​​ກໍ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 5 ປີ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​​ຂອງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນກາງ​ຈີນ ຫຼື CMG, ທ່ານ​ຈິ່ນ​ລີ້​ຊຸນ ຜູ້​ອຳ​ນວຍ​ການ​ໃຫຍ່​ AIIB ກ່າວ​ວ່າ: ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ 2020 ທີ່​ບໍ່​ເຄີຍ​ພົບ​ເຫັນ​ໃນ​ຮອບຮ້ອຍ​ປີ, AIIB ໄດ້​ປັບ​ປຸງວຽກ​ງານ​ຈຸດ​ສຸມ​ຂອງ​ຕົນ​ຢ່າງ​​ມີໄຫວ​ພິບ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ການ​ແພດ​ ແລະ ການ​ຕ້ານ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ຈິ່ນ​ລີ້​ຊຸນ​ກ່າວ​ຕື່ມ​ວ່າ: ໃນ 5 ປີ​ມາ​ນີ້, ໃນ​ຖາ​ນະ​ເປັນ​ທະ​ນາ​ຄານ​ພັດ​ທະ​ນາຫຼາຍ​ຝ່າຍ​ທີ່​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ​ບໍ່​ເທົ່າ​ໃດ​ປີ, AIIB ໄດ້​ຮັບ​​ການ​ຮັບ​ຮອງ ແລະ ຄວາມ​ເຄົາ​ລົບ​ຈາກ​ໂລກ. ໃນ​ໄລ​ຍະ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, AIIB ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຄື​ເປັນ “ຜູ້​ປະ​ຕິ​ບັດ​ພາ​ລະ​ກິດ​ພັດ​ທະ​ນາ​ໂລກ”, ເພື່ອ​ຮັບ​ມື​ກັບ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ບໍ່​ເຄີຍ​ພົບ​​ເຫັນ​ໃນ​ຮອບ​ຮ້ອຍ​ປີ, AIIB ໄດ້​ປັບ​ປຸງວຽກ​ງານ​ຈຸດ​ສຸມ​ຂອງ​ຕົນ, ປ່ອຍ​ເງິນ​ກູ້​​ແກ່​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ໃຫ້ຫຼາຍກວ່​ເກົ່າ. ຫົກ​ເດືອນ​ທ້າຍ​ປີ 2021, ຄຽງ​ຄູ່​ກັບ​ວັກ​ຊິນ​​ທີ່ໄດ້​ຜະ​ລິດ​ອອກ​ມາຢ່າງຫຼວງຫຼາຍ ແລະ ຄົນ​​ທັງຫຼາຍໄດ້​ສັກ​ວັກ​ຊິນນັບ​ມື້​ນັບຫຼາຍ, ມີຫຼາຍປະ​ເທດ​ໃນ​ໂລກ​ອາດ​ຈະ​ມີ​ໂອ​ກາດ​ກັບ​ຄືນ​ສູ່​ “ສະ​ພາບ​ປົກ​ກະ​ຕິ”. ເມື່ອ​ຮອດ​ເວ​ລາ​ນັ້ນ, AIIB ​ກໍ​ຈະ​ກຳ​ນົດ​ຂົງ​ເຂດ​ວຽກ​ງານ​ຈຸດ​ສຸມ​ໃຫ້​ຄືນ​ສູ່​ຂົງ​ເຂດ​ດັ້ງ​ເດີມ​ຂອງ​ຕົນ ເພື່ອ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຮັບ​ໃຊ້​ອະ​ນາ​ຄົດ.

ຄຳ​ເຫັນ

0