黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກໍາລັງປ້ອງກັນຄວາມສະຫງົບຂອງລາວ ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດມີສະຖຽນລະພາບ

2021-01-14 10:23:51 cri

ກໍາລັງປ້ອງກັນຄວາມສະຫງົບຂອງລາວ ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດມີສະຖຽນລະພາບ_fororder_212121

ທ່ານ ພົນຕີ ກົງທອງ ພົງວິຈິດ, ຮອງເລຂາ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປປລາວ ໃນຕອນບ່າຍຂອງວັນທີ 13 ມັງກອນໃນຫົວຂໍ້: ການແກ້ໄຂ ການກໍ່ອາດຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ.

ທ່ານກ່າວວ່າ, ບັນຫາ ອາດຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນໄພຄຸກຄາມອັນຕະລາຍໃຫຍ່ຫຼວງ, ທ່ວງດຶງກະທົບ ໂດຍກົງ ຫຼື ທາງອ້ອມ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ກໍ່ຄືສະຖຽນລະພາບ, ຄວາມຫມັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ. ໃນ 5 ປີຜ່ານມາ ກໍາລັງປ້ອງກັນຄວາມສະຫງົບຂອງລາວ ໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໂດຍພື້ນຖານ; ກໍາລັງປ້ອງກັນຄວາມສະຫງົບ ຍັງເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນກໍາລັງປະຈັນບານທີ່ເດັດດ່ຽວ, ເດັດຂາດ ຕ້ານການເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີ ແລະ ພວກຝ່າຝືນຕໍ່ລະບຽບກົດຫມາຍ ຢູ່ທຸກສະຖານທີ່ ແລະ ທຸກເວລາ.ໃນນັ້ນ, ຜົນງານໃນການແກ້ໄຂອາຊະຍາກໍາ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃນ 5 ປີຜ່ານມາ, ຂໍລາຍງານໂດຍສັງເຂບຄືດັ່ງນີ້:

ໜຶ່ງ, ໄດ້ຕັ້ງຫນ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກປະຊາຊົນປະຕິວັດລາວ, ມະຕິຄໍາສັ່ງອື່ນໆຂອງພັກ-ລັດ ຫັນເປັນທິດທາງ, ແຜນງານ, ໂຄງການ ແລະ ແຜນແມ່ບົດລະອຽດ ເພື່ອຈັດຕັ້ງດໍາເນີນການເຄື່ອນໄຫວຢ່າງເປັນເຈົ້າການ ແລະ ມີຫມາກມີຜົນຕົວຈິງ.

ສອງ, ໄດ້ປັບປຸງກໍາລັງເຫຼົ່າວິຊາສະເພາະປ້ອງກັນຄວາມສະຫງົບ ເພື່ອເຮັດວຽກງານຕ້ານອາດຊະ ຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມກໍ່ຄືພາຍໃນ; ເອົາໃຈໃສ່ວຽກງານສືບຂ່າວກໍາສະພາບການ, ກໍາແຫນ້ນປະເພດເປົ້າຫມາຍ ເພື່ອຄຸ້ມຄອງຕິດຕາມ ຕາມຫຼັກການວິຊາສະເພາະຢ່າງເຂັ້ມງວດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ; ດໍາເນີນໂຄງການວິຊາສະເພາະແກ້ໄຂແຕ່ລະບັນຫາເຊັ່ນ: ໂຄງການຕ້ານອາຊະຍາກໍາປະເພດຕ່າງໆ, ໂຄງການອັດປ່ອງຂ້າມລອຍຢາເສບຕິດຢູ່ພາກເຫນືອ ແລະ ພາກກາງ, ໂຄງການຫຼຸດຜ່ອນອຸປະຕິເຫດ, ໂຄງການສ້າງສູນຝຶກແອບ ແລະ ນໍາໃຊ້ຫມາວິຊາສະເພາະ, ໂຄງການສູນບັນຊາຕໍາຫຼວດ ດ້ວຍເຕັກນິກທັນສະໄຫມ ແລະ ອື່ນໆ; ເຊິ່ງ 5 ປີຜ່ານມາຄະດີ ເກີດຂຶ້ນທົ່ວປະເທດທັງຫມົດ 15.413 ລາຍ, ກໍາລັງປ້ອງກັນຄວາມສະຫງົບ ສາມາດດໍາເນີນແກ້ໄຂ ສໍາເລັດ 8.363 ລາຍ, ເທົ່າກັບ 54.25%; ຄະດີເສດຖະກິດເກີດຂຶ້ນ 1.385 ລາຍ, ມ້າງໄດ້ 905 ລາຍ, ເທົ່າກັບ 65,34%; ຄະດີຢາເສບຕິດເກີດຂຶ້ນທັງຫມົດ 14.793 ລາຍ, ມ້າງໄດ້ 12.960 ລາຍ, ເທົ່າກັບ 84,08%; ຄະດີອຸປະຕິເຫດເກີດຂຶ້ນ ທັງຫມົດ 29.655 ລາຍ, ພາຫະນະເປ່ເພ 50.316 ຄັນ, ຄົນໄດ້ຮັບບາດເຈັບ 47.245 ຄົນ, ເສຍຊີວິດ 5.263 ຄົນ, ມູນຄ່າເສຍຫາຍ 443 ກວ່າກີບ.

ສາມ, ໄດ້ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານ 3 ສ້າງ ຂອງ ພັກ-ລັດ ວາງອອກຢ່າງແຂງແຮງ ແລະ ຕໍ່ເນື່ອງ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ 7 ແຂວງ, ພື້ນທີ່ຈຸດຫຼໍ່ແຫຼມ, ຂອບເຂດຊາຍແດນ ແລະ ເຂດຫ່າງໄກສອກຫຼີກ ທີ່ອາດເກີດຄວາມບໍ່ສະຫງົບຂຶ້ນ.

ສີ່, ປັບປຸງກໍາລັງປ້ອງກັນສູນກາງ, ປ້ອງກັນເຄື່ອນທີ່ ແລະ ປ້ອງກັນທີ່ຕັ້ງໃຫ້ມີຄຸນນະພາບດີ, ມີການປະກອບພາຫະນະອຸປະກອນເຕັກນິກທັນສະໄຫມຈໍານວນຫນຶ່ງ, ເສີມກໍາລັງພົນໃຫ້ພຽງພໍ, ຈັດຕັ້ງຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດທະວິທີ, ກຽມພ້ອມເຮັດຫນ້າທີ່, ກວດກາລາດຕະເວນປ້ອງກັນເວນຍາມ 24 ຊົ່ວໂມງ, ປ້ອງກັນງານສໍາຄັນ, ກິດຈະການຕ່າງໆຂອງລັດ, ຂອງລວມຫມູ່ ແລະ ຂອງບຸກຄົນ, ປ້ອງກັນກອງປະຊຸມຕ່າງໆທັງພາຍໃນ ແລະ ສາກົນມີຄວາມປອດໄພ 100%.

ຄຳ​ເຫັນ

0