尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ປ່ວງ​ບ້າສຸດ​ທ້າຍ​ຂອງ​ທ່ານ ໄມ ພົມ​ເພວ ​ກ່ອນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ເຂົາ​ຈະ​ສິ້ນ​ສຸດ​ລົງ

2021-01-14 17:07:45 cri

ຄວາມ​ປ່ວງ​ບ້າສຸດ​ທ້າຍ​ຂອງ​ທ່ານ ໄມ ພົມ​ເພວ ​ກ່ອນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ເຂົາ​ຈະ​ສິ້ນ​ສຸດ​ລົງ_fororder_faedab64034f78f036cb436dea91bc52b1191c90

ອາ​ຍຸ​ການ​ບໍ​ລິ​ຫານ​ປະ​ເທດຂອງ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ໃກ້​ຈະ​ສິ້ນ​ສຸດ​​ລົງແລ້ວ​ຍັງອີກ​ບໍ່​ເທົ່າ​ໃດ​ມື້, ​ແຕ່ຜູ້​ນຳ​ທີ່​ຈະ​ລາ​ຈາກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ແມ່ນ​ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ​, ຍັງ​ມີ​ຜູ້​​ເປັນ​ລູກ​ນ້ອງ​ທີ່​ເຂັ້ມ​ແຂງ​ຂອງ​ທ່ານ​ຄື​ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ອີກ​ດ້ວຍ. ທ່ານ ໄມ ພົມ​ເພວ ເຄີຍ​​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຢູ່​ອົງ​ການ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ຣິ​ກາ​ຫຼື CIA, ນັບ​ແຕ່​ທ່ານໄດ້​​ຮັບ​ຕຳ​ແໜ່ງເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ເປັນ​ຕົ້ນ​ມາ, ທ່ານ ໄມ ພົມ​ເພວ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ນັກ​ການ​ທູດ​ດ້ວຍ​ແນວ​ຄວາມ​ຄິດ​ແບບ​ອົງ​ການ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ຣິ​ກາ, ​ທ່ານຊູ​ຄັນ​ຕາ​ລະ​ບັດປະ​ຊາ​ທິ​ປະ​ໄຕ, ຄວາມມີ​ເສ​ລີ, ສິດ​ທິ​ມະ​ນຸດ​ແລະ​ອື່ນໆ, ​ໂດຍ​ໄດ້ພະ​ຍາ​ຍາມກ່າວ​ຖ້ອຍ​ຄວາມ​ຂີ້​ຕົວະ,ຫຼອກ​ລວງ​ແລະ​ມີ​ການ​ກະ​ທຳ​ຊົ່ວ​ຊ້າອື່ນໆ, ປຸກ​ປັ່ນ​ແລະ​ຍຸ​ແຍ່​ເພື່ອ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ແຫ່ງ​ຕ່າງໆ, ສະ​ນັ້ນ​ທ່ານ​ຈຶ່ງ​ຖືກ​ຂະ​ໜານ​ນາມ​ວ່າ:ເປັນ “ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່ຂີ້​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກາ”.
 

ໃນ​ຖາ​ນະ​ເປັນ​ຜູ້​ສວຍ​ໂອ​ກາດ​​ໃນ​ທາງການ​ເມືອງ​ທີ່ສະ​ຫຼາດ​ຫຼົກແຫຼມ​ຄົນ​ໜຶ່ງ, ພາຍ​ຫຼັງ​ທ່ານ ໄມ ພົມ​ເພວ ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແລ້ວ​ທ່ານ​ກໍ່​ໄດ້​ຕອບ​ສະ​ໜອງຕາມ​ຄວາມ​ມັກ​ຂອງ​ທ່ານ ໂດ​ໂນ ທ​ຣຳ, ສະ​ໜັບ​ສະ​ໜູນ​ການ​ຕັດ​ສິນ​ໃຈ​ທຸກ​ປະ​ການຂອງ​ທ່ານ ໂດ​ໂນ ທ​ຣຳ ໂດຍ​ບໍ່​ມີ​ເງື່ອນ​ໄຂ. ໃນ​ຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ, ທ່ານ ໄມ ພົມ​ເພວ ເຄີຍ​ໄດ້​ຍົກ​ເລີກ​ການ​ພົບ​ປະ​ກັບ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ແລະ​ທ່ານ ວະ​ລາ​ດີເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕາມທີ່​ໄດ້​ວາງ​ແຜນ​ໄວ້ ເຊິ່ງ​ເລື່ອງ​ນີ້​ກໍ​ໄດ້​ສະ​ທ້ອນໃຫ້​ເຫັນ​ວ່າ​ທ່ານ ໄມ ພົມ​ເພວ​ເອງ​ເປັນ​ຄົນ​ບໍ່​ມີ​ຄຸນ​ລັກ​ສະ​ນະ​ຫຼື​ພາ​ລະ​ການ​ເປັນ​ນັກ​ການ​ທູດ​ທີ່​ເປັນ​ພື້ນ​ຖານ, ນອກ​ນີ້, ໃນ​ເວ​ທີ​ສາ​ກົນ, ທ່ານ ໄມ ພົມ​ເພວ​ມັກ​ກໍ່​ເລື່ອງ​ກໍ່​ລາວ,ໃສ່​ຮ້າຍ​ປ້າຍ​ສີ​ແລະ​ປ່າວ​ຂ່າວ​ບິດ​ເບືອນເລື້ອຍໆ, ເຮັດ​ໃຫ້​ອິດ​ທິ​ພົນ​ແລະ​ຄວາມ​ເຊື່ອ​ຖື​ຈາກ​ສາ​ກົນ​ຕໍ່​ອາ​ເມ​ຣິ​ກາ​ຕົກ​ຕ່ຳ​ລົງ​ຢ່າງ​ໜັກ​ໜ່ວງ.
 

ຕໍ່​ກັບ​ບັນ​ຫາ​ກ່ຽວ​ກັບ​ຈີນ, ທ່ານ ໄມ ພົມ​ເພວ ຍິນ​ດີ​ເປັນ​ລູກ​ມື​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ຂອ​ງ​ທ່ານ ໂດ​ໂນ ທ​ຣຳ, ​ຕຳ​ໜິ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ຫຼາຍ​ເທື່ອ​ໃນ​ຂົງ​ເຂດ​ຕ່າງໆ; ພາຍ​ຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​​ໃນ​ເວ​ລາ​ທີ່ທ່ານ ໂດ​ໂນ ທ​ຣຳ ຖິ້ມ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຈີນ, ທ່ານ ໄມ ພົມ​ເພວ​ກໍ່​ເລີຍ​ກາຍ​ເປັນ​ຜູ້​ທີ່​ສະ​ໜັບ​ສະ​ໜູນ​ການ​ກະ​ທຳ​ຕໍ່​ຕ້ານ​ຈີນ​ຂອງ​ທ່ານ ໂດ​ໂນ ທ​ຣຳ​ດ້ວຍ​ທ່າ​ທີ​ທີ່ເຄັ່ງ​ຂຶມທີ່​ສຸດ​ແລະ​​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຈຳ​ນວນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ທັງ​ໝົດ​ຂອງ​ອາ​ເມ​ຣິ​ກາ. ໃນ​ວັນ​ທີ 23 ກໍ​ລະ​ກົດ​ປີ 2020, ທ່ານ ໄມ​ ພົມ​ເພວ​ໄດ້​ກ່າວ​ຢ່າງ​ເປີດ​ແປນ​ວ່າ​​ຈະໂດດ​ດ່ຽວ​ຈີນ​ໃນ​ທາງ​ຍຸດ​ທະ​ສາດ​ດ້ວຍ​ຮູບ​ຖານ​ຈິດ​ສຳ​ນຶກ, ກໍ່​ “ສົງ​ຄາມ​ເຢັນ​ຄັ້ງໃໝ່”ກັບ​ຈີນ;ວັນ​ທີ 12 ພະ​ຈິກ​​ປີ 2020, ທ່ານ ໄມ​ ພົມ​ເພວ​ຍັງ​ໄດ້ເປີດ​ປ່າວ​ໃນ​ລາຍ​ການ​ວິ​ທະ​ຍຸ​ວ່າ “ໄຕ້​ຫວັນ​ບໍ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ”.

ຄວາມ​ປ່ວງ​ບ້າສຸດ​ທ້າຍ​ຂອງ​ທ່ານ ໄມ ພົມ​ເພວ ​ກ່ອນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ເຂົາ​ຈະ​ສິ້ນ​ສຸດ​ລົງ_fororder_b7fd5266d01609247ccf2af740a783fde4cd3498

ກໍ່​ອາດ​ຈະ​ແມ່ນ​ໄດ້​ຮູ້​ແກ່​ໃຈ​ວ່​າອະ​ນາ​ຄົດ​ທາງ​ການ​ເມືອງ​ຂອງ​ຕົນ​ເຕັມ​ໄປ​ດ້ວຍ​ຄວາມ​ມືດ​ມົນ, ​ທ່ານ ໄມ ພົມ​ເພວ ຈຶ່ງ​ດຶງ​ຄວາມ​ສົນ​ໃຈ​ຂອງ​ຜູ້​ອື່ນ​ໃນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ຕົນ​ຈະ​ສິ້ນ​ສຸດ​ລົງ. ທ່ານຈຶ່ງ​ໄດ້​ເຮັດ​ແບບ​ປ່ວງ​ບ້າ​ອີກ​ໃນ​ທີ່​ສຸດຄື: ໃນວັນ​ທີ 9 ມັງ​ກອນ​ນີ້, ທ່ານ ໄມ ພົມ​ເພວ​ໄດ້​ປະ​ກາດ​ຈະ​ຍົກ​ເລີກຂໍ້​ຈຳ​ກັດ​ທາງ​ການ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັ​ບ​ໄຕ້​ຫວັນ​ແລະ​ກ່າວ​ວ່າ​​ກົດ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ໄຕ້​ຫວັນ “ບໍ່​ມີ​ຜົນ​ສັກ​ຜິດ”​ອີກ. ວັນ​ທີ 10 ມັງ​ກອນ​ນີ້, ທ່ານ ໄມ ພົມ​ເພວ ໄດ້​ກ່າວ​ວ່າ​​ຈະ​ຈັດ​ເອົາກຸ່ມ​ປະ​ກອບ​ອາ​ວຸດ​ຮູ​​ທີ​ເຢ​ແມນ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ຫຼັງ​ເວ​ລາ​ຜ່ານ​ໄປ 5 ປີ​ປາຍ, ວັນ​ທີ 11 ມັງ​ກອນ​ນີ້ ​ກໍໄດ້​ປະ​ກາດ​ອີກ​ເທື່ອ​ໜຶ່ງວ່າ​ຈະ​ຈັດ​ເອົາກູ​ບາ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ “ປະ​ເທດ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ” ​ອີກ. ທ່ານ ໄມ ພົມ​ເພວ​ ກໍ່​ເລື່ອງ​ຂຶ້ນ​ເລື້ອຍໆ​ເຊິ່ງ​ເປັນ​ການ​ສ້າງ​ສິ່ງ​ກີດ​ຂວາງ​ໃຫ້​ແກ່​ທ່ານ ໂຈ ໄບ​ເດັນ​ໂດຍມີ​ເຈດ​ຕະ​ນາ​ຢາກ​ສະ​ກັດ​ກັ້ນ​ລັດ​ຖະ​ບານ​ໂຈ ໄບ​ເດັນ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນທີ່​ເປັນ​ປົກ​ກະ​ຕິ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.
 

ຄວາມ​ປ່ວງ​ບ້າ​ຂອງ​ທ່ານ ໄມ ພົມ​ເພວ​ກໍ​ໄດ້​ເຮັດ​ໃຫ້​ເກີດ​ມີ​ປະ​ຕິ​ກິ​ລິ​ຍາ​ຄັດ​ຄ້ານ​ຈາກວົງ​ການ​ພາຍນອກ. ຕາມ​ແຜນ​ການ​ເດີມ, ທ່ານ ໄມ ພົມ​ເພວ​ຈະ​​ເດີນ​ທາງໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງບ​ຣຸກ​ແຊນ​ຂອງ​ແບນ​ຊິກ​ໃນ​ວັນ​ທີ 13 ຫາ​ວັນ​ທີ 14 ມັງ​ກອນ​ນີ້, ແຕ່​ຕາມ​ຂ່າວ​ໃນ​ວັນ​ທີ 12 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ​ໄດ້​ລາຍ​ງານໃຫ້​ຮູ້​ວ່າ: ທ່ານ ໄມ ພົມ​ເພວ ໄດ້​ຍົ​ກ​ເລີກ​ການ​ເດີນ​ທາງ​ຢ້ຽມ​ຢາມ​ເອີ​ຣົບ​ຢ່າງ​ກະ​ທັນ​ຫັນ, ບຸກ​ຄົນ​ສັນ​ທັດ​ກໍ​ລະ​ນີ​ກ່າວ​ວ່າ: ນີ້​ຍ້ອນ​ວ່າ​ເຈົ້າ​ໜ້າ​ທີ່​ຫຼາຍ​ທ່ານ​ຂອງ​ເອີ​ຣົບ​​ໄດ້ປະ​ຕິ​ເສດ​ບໍ່​ຢາກ​ພົບ​ປະ​ກັບ​ທ່ານ ໄມ ພົມ​ເພວ​ທີ່​ພວມ​ຈະ​ໝົດ​ອາ​ຍຸ​ໃນ​ຕຳ​ແໜ່ງ. “​ແຜນການ​ຢ້ຽມ​ຢາມ​ສຸດ​ທ້າຍ” ຂອງ​ທ່ານ ໄມ ພົມ​ເພວ ຖືກ​ປະ​ຕິ​ເສດ​ກໍ​ໝາຍ​ຄວາມ​ວ່າ​ປະ​ສົບ​ການ​ໃນ​ຖາ​ນະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ​ຈະ​ຈົບ​ສິ້ນ​ລົງ​ດ້ວຍ​ຄວາມ​ອັບ​ອາຍ.
 

ທ່ານ ໄມ ພົມ​ເພວ ເຄີຍ​ໄດ້​ກ່າວ​ວ່າ: ຕົນ​ມີ​ຄວາມ​ປາ​ຖະ​ໜາຢາກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ປີ 2024, ແຕ່​ຜ່ານ​ປະ​ສົບ​ການ​​ທາງການ​ເມືອງ​ທີ່​​ຂີ້​ຮ້າຍ​ໃນ 2 ປີ​ຜ່ານ​ມາ​ນີ້, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຍັງ​ຈະ​ກ້າ​ມອບ​ຊາ​ຕາ​ກຳ​ຂອງ​ຕົນ​ແລະ​ປະ​ເທດ​ໃຫ້​​ກັບທ່ານ ໄມ ພົມ​ເພວ ທີ່​ເປັນ​ຄົນ​ຖ່ອຍ​ທີ່​ອັບ​ປະ​ຍົດ​ແບບ​ນີ້​​ໄດ້​ອີກ​ບໍ່?​ຄົງ​ເປັນ​ໄປ​ໄດ້​ຍາກ.

ຄຳ​ເຫັນ

0