尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເນື້ອ​ທີ່ການຜະລິດເຂົ້ານານ້ຳທະເລມີ​ເຖິງ 6.667 ເຮັກຕາ

2021-01-15 17:11:39 cri

ປີ 2020​, ທ່ານ ຢວນຫຼົງຜິງ ຜູ້ຊ່ຽວຊານພັນເຂົ້ານາປະສົມທີ່ມີຊື່ສຽງໃນໂລກ, ຜູ້ກໍ່ຕັ້ງແລະຜູ້​ນຳ​ໜ້າໃນຂົງເຂດຄົ້ນຄວ້າເຂົ້ານານ້ຳທະເລຂອງຈີນໄດ້ເລີ່ມສ້າງເຂດ​ສາ​ທິດ “ເຂົ້ານານ້ຳທະເລ” ທີ່ມີເນື້ອທີ່ຫຼາຍ​ພັນເຮັກຕາຢູ່ສິບແຫ່ງ​ພາຍ​ໃນ​ປະ​ເທດຈີນ, ປະລິມານການຜະລິດເຂົ້ານານ້ຳທະເລທີ່ມີເນື້ອທີ່ທັງໝົດ 6.667 ເຮັກຕາໄດ້ບັນລຸຫຼາຍກວ່າ 6 ພັນກິໂລຕໍ່ເຮັກຕາ. ວັນທີ 15 ມັງກອນປີນີ້, ຄະນະຄົ້ນ​ຄວ້າເຂົ້ານານ້ຳທະເລທີ່ນຳໂດຍທ່ານ ຢວນຫຼົງຜິງ ໄດ້ປະກາດໃນເວທີປຶກສາຫາລືເຂົ້ານານ້ຳທະເລສາກົນຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊ່ານຢ້າແຂວງໄຫຫຼຳຈີນວ່າ: ປັດຈຸບັນ, ໄດ້ເຊັນ​ສັນ​ຍາ​ສຳ​ລັບໂຄງການ​ປັບ​ປຸງ​ພື້ນ​ທີ່ດິນເຄັມທີ່ມີເນື້ອທີ່​ປະ​ມານ 4 ແສນເຮັກຕາຢູ່ທົ່ວປະເທດ, ປີນີ້, ຈະດຳເນີນການເຜີຍແຜ່ແລະດຳເນີນງານແບບອຸດສາຫະກຳການຄ້າ​ສຳ​ລັບເຂົ້ານານ້ຳທະເລຢ່າງເປັນທາງການ, ​ຕາມ​ແຜນ​ການ​ຈະ​ໃຫ້ບັນລຸເປົ້າໝາຍ​ປັບ​ປຸງດິນເຄັມທີ່ມີເນື້ອທີ່ທັງໝົດ6.666.667 ເຮັກຕາ​ພາຍ​ໃນ​ເວ​ລາ 8 ຫາ 10 ປີຕໍ່ໜ້າ.

ຄຳ​ເຫັນ

0