尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກມີ​ທັງ​ໝົດ 91.061.072 ​ກໍ​ລະ​ນີ​

2021-01-15 17:12:52 cri

      ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ໃນ​ວັນ​ທີ 14 ມັງ​ກອນ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 4 ໂມງ 45 ນາ​ທີ​ຂອງວັນ​ທີ 14 ມັງ​ກອນ​ນີ້ຕາມ​ເວ​ລາ​ວຽງ​ຈັນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນ 697.485 ກໍ​ລະ​ນີ​ເມື່ອ​ທຽບ​ໃສ່​ມື້​ຜ່ານ​ມາ, ມີ​ເຖິງ 91.061.072 ກໍ​ລະ​ນີ​; ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດໄດ້​ເພີ່ມ​ຂຶ້ນ 15.835 ຄົນ, ​ທັງ​ໝົດມີ​ເຖິງ 1.970.741 ຄົນ.
 

     ນອກ​ຈາກ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌ ຮອບ​ກິນ​ສ໌ ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ໂລ​ກ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ​: ມາ​ຮອດ​ເວ​ລາ 18 ໂມງ​ຂອງວັນ​ທີ 13 ມັງ​ກອນ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດ 23.029.450 ​ກໍ​ລະ​ນີ, ເສຍ​ຊີ​ວິດ 383.939 ຄົນ. ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ເຖິງ 245.359 ກໍ​ລະ​ນີ​, ສ່ວນ​ຈຳ​ນວນຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ແມ່ນ 4.388 ຄົນ.

ຄຳ​ເຫັນ

0