蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງສູ​ລາ​ເວ​ສີ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 6,2 ລິກ​ເຕີ

2021-01-15 14:32:26 CRI

ຕອນ​ເຊົ້າ​ມືດ​​ຂອງວັນ​ທີ 15 ມັງ​ກອນ​ນີ້, ແຂວງສູ​ລາ​ເວ​ສີ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 6,2 ລິກ​ເຕີ, ສົ່ງ​ຜົນ​ເຮັດ​ໃຫ້​ອາ​ຄານຫຼາຍຫຼັງ​ພັ​ງ​ທະ​ລາຍ​ລົງ. ປັດ​ຈຸ​ບັນ, ຍັງບໍ່​ມີ​​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ເວັບ​ໄຊ​ອຸ​ຕຸ​ນິ​ຍົມ, ດິນ​ຟ້າ​ອາ​ກາດ ແລະ ຟີ​ຊິກ​ໜ່ວຍ​ໂລກ​ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ 1 ໂມງ 28 ນາ​ທີ​ຕາມ​ເວ​ລາ​ວຽງ​ຈັນ, ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຕັ້ງ​ຢູ່ເມືອງ​ມາ​ເຈ​ເນ​ແຂວງ​​ສູລາ​ເວ​ສີ​ຕາ​ເວັນ​ຕົກ, ເລິກລົງ​ໃຕ້​ກິນ​ເຖິງ 10 ກິ​ໂລ​ແມັດ.

ຄຳ​ເຫັນ

0