黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫາຍ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

2021-01-15 16:03:47 cri

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11_fororder_微信圖片_20210115160132

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ 11 ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນີ້ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ  ສີສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11_fororder_微信圖片_20210115160123

ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ເຊິ່ງມີ: 1.ສະຫາຍ ປອ ທອງລຸນ ສີສຸລິດ

2.  ສະຫາຍ ປອ ພັນຄໍາ ວິພາວັນ

3.  ສະຫາຍ ນາງ ປານີ ຢາທໍ່ຕູ້

4.  ສະຫາຍ ປອ ບຸນທອງ ຈິດມະນີ

5.  ສະຫາຍ ປອ ໄຊສົມພອນ ພົມວິຫານ

6.  ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

7.  ສະຫາຍ ປອ ຄໍາພັນ ພົມມະທັດ

8.  ສະຫາຍ ປອ ສິນລະວົງ ຄຸດໄພທູນ

9.  ສະຫາຍ ສອນໄຊ ສີພັນດອນ

10. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ

11. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ

12. ສະຫາຍ ນາງ ສີໃສ ລືເດດມູນສອນ

13. ສະຫາຍ ສະເຫຼີມໄຊ ກົມມະສິດ

ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ.

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ11ປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

ຄຳ​ເຫັນ

0