尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິການ​ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ເພື່ອ​ເກມ​ການ​ເມືອງ​ຂອງ​ຕົນ

2021-01-15 17:13:26 cri

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ ​ກີດ ແກ​ຣ​ສ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້ໃຫ້​ການ​ຮັບ​ຮອງຖາ​ນະ “ປະ​ເທດເສ​ລີ” ແກ່​ໄຕ້​ຫວັນ. ຕໍ່​ເລື່ອງ​ນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ມັງ​ກອນ​ນີ້​ໂດຍ​ກ່າວ​ວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.
 

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ວ່າ: “ຄຳ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ ກີດ ແກ​ຣ​ສ ໄດ້​ລະ​ເມີດ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ​ເປັນ​ການລະ​ເມີດ​​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະຖະ​ແຫຼງ​ການຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຢ່າງ​ໜັກ​ໜ່ວງ, ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​​ກ່ຽວ​ກັບບັນ​ຫາ​ໄຕ້​ຫວັນ​ຢ່າງ​ໜັກ​ໜ່ວງ. ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​​ຈົ່ງເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ຂໍ້​ກຳ​ນົດ​ໃນ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ, ຢຸດ​ຕິ​ການ​ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ເພື່ອ​ເກມ​ການ​ເມືອງ​ຂອງ​ຕົນໃນ​ທັນ​ທີ,ຢຸດ​ຕິ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ທາງ​ການ​ອາ​ເມ​ຣິ​ກາ​ແລະ​ໄຕ້​ຫວັນ, ແລະ​ຢຸດ​ຕິ​ການ​ກະ​ທຳ​ທີ່​ຍົກ​ຖາ​ນະການ​ພົວ​ພັນ​ທີ່​ແທ້​ຈິງລະ​ຫວ່າງ​ອາ​ເມ​ຣິ​ກາ-ໄຕ້​ຫວັນ​​ໃຫ້​ສູງ​ຂຶ້ນ.”

ຄຳ​ເຫັນ

0