尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ​ແລະ​ຟີ​ລິບ​ປິນໄດ້​ເຊັນ​ສັນ​ຍາ​ກໍ່​ສ້າງໂຄງ​ການ​ຂົວ​ໃຫຍ່​ດາ​ວາວ-ເກາະຊາ​ມານ

2021-01-15 17:12:17 cri

ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ລະ​ຫວ່າງ​ຈີນ​​ແລະຟີ​ລິບ​ປິນ, ໂຄງການຂົວໃຫຍ່ດາວາວ-ເກາະຊາມານຂອງໂຄງການ​ຂະ​ໜາດໃຫຍ່ໃນແຜນການ “ກໍ່ສ້າງ​ເປັນ​ການ​ໃຫຍ່” ຂອງລັດ​ຖະ​ບານ ໂຣດຣີໂກ ດູເຕີເຕໄດ້ຮັບຄວາມຄືບໜ້າທີ່ສຳຄັນແລະໃຫຍ່​ຫຼວງ. ວັນທີ 14 ມັງກອນນີ້ຕາມເວລາທ້ອງຖິ່ນ, ວິສາຫະກິດຈີນໄດ້ເຊັນສັນຍາ​ກໍ່​ສ້າງໂຄງການຂົວໃຫຍ່ດາວາວ-ເກາະຊາມານກັບກະຊວງກໍ່ສ້າງຟີລິບປິນ ເຊິ່ງມີມູນຄ່າການ​ກໍ່​ສ້າງ​ທັງ​ໝົດ 400 ລ້ານໂດລາສະຫະລັດ, ໂດຍລັດຖະບານຈີນ​ເປັນ​ຜູ້​ສະ​ໜອງ​ເງິນ​ກູ້​ໃຫ້.
 

ຂົວໃຫຍ່ດາວາວ-ເກາະຊາມານຕັ້ງຢູ່ເກາະມິນດານາວ, ແມ່ນຂົວໃຫຍ່ຂ້າມທະເລແຫ່ງໜຶ່ງທີ່ເຊື່ອມ​ຈອດນະຄອນດາວາວທີ່ເປັນເມືອງໃຫຍ່ອັນ​ດັບ 3 ກັບນະຄອນຊາມານຟີລິບປິນ, ການອອກແບບແລະໄລຍະເວລາການກໍ່ສ້າງແມ່ນປະມານ 60 ເດືອນ. ຫຼັງຈາກສ້າງສຳເລັດແລ້ວຈະຫຼຸດເວລາການ​ເດີນ​ທາງ​ລະ​ຫວ່າງນະຄອນດາວາວກັບເກາະຊາມານໃຫ້​ສັ້ນລົງຢ່າງຫຼວງຫຼາຍ, ​ເຊິ່ງ​ຈະເພີ່ມຄວາມ​ມີຊີວິດຊີວາໃຫ້ແກ່​ການ​ພັດ​ທະ​ນາເສດຖະກິດແລະຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ​ຢູ່ເກາະຊາມານຕື່ມອີກ,​ທັງມີບົດບາດທີ່ຈະແຈ້ງ​ໃນ​ການ​ເຄື່ອນ​ໄຫວ​ດ້ານເສດຖະກິດຢູ່ທ້ອງຖິ່ນແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຄາດວ່າໂຄງການດັ່ງກ່າວຈະເລີ່ມລົງ​ມື​ກໍ່​ສ້າງໃນຫົກເດືອນຕົ້ນປີນີ້.

ຄຳ​ເຫັນ

0