黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໝົດ​ປີ 2020 ຈຳ​ນວນ​ເງິນ​ຝາກ​ສະ​ກຸນ​ເງິນຢວນ​ຈີນ​ເພີ່ມ​ຂຶ້ນ 19.650 ຕື້ຢວນ

2021-01-15 16:10:35 cri

ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ເປັນ​ທະ​ນາ​ຄານ​ກາງ​​ຂອງຈີນ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານ​ຕົວ​ເລກ​ສະ​ຖິ​ຕິ​ການ​ເງິນ​ປີ 2020 ” ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຊິ່ງ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ​ໝົດ​ປີ 2020, ຈຳ​ນວນ​ເງິນ​ຝາກສະ​ກຸນ​ເງິນຢວນ​ຈີນ​ໄດ້​ເພີ່ມ​ຂຶ້ນ 19.650 ຕື້ຢວນ, ສ່ວນ​ເງິນ​ສະ​ກຸນ​ເງິນ​ຝາກ​ຕ່າງ​ປະ​ເທດ​ໄດ້ເພີ່ມ​ຂຶ້ນ 131,5 ຕື້​ໂດ​ລາ​ສະ​ຫະ​ລັດ.

ນັບ​ມາ​ຮອດ​ທ້າຍ​ເດືອນ​ທັນ​ວາ​ປີ 2020, ຈີນ​ມີ​ຄັງ​ສຳ​ຮອງສະ​ກຸນ​ເງິນ​ຕາ​ຕ່າງ​ປະ​ເທດ 3220 ຕື້​ໂດ​ລາ​ສະ​ຫະ​ລັດ, ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນຢວນ​ຈີນ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ແມ່ນ 6,5249ຢວນ ຕໍ່ 1 ໂດ​ລາ.

ໃນ​ປີ 2020, ການ​ຊື້​ຂາຍ​ສິນ​ຄ້າ​ຂ້າມ​ຊາດ​ທີ່​ຊຳ​ລະ​ດ້ວຍ​​ສະ​ກຸນ​ເງິນຢວນຈີນ​ມີ​ມູນ​ຄ່າ​ທັງ​ໝົດ 4.790 ຕື້ຢວນ, ການ​ຄ້າ​ການ​ບໍ​ລິ​ການ​ແລະ​​ບັນ​ຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ເກີດ​ຂຶ້ນທີ່​ຊຳ​ລະ​ດ້ວຍ​ສະ​ກຸນ​ເງິນຢວນ​ມີ​ມູນ​ຄ່າທັງ​ໝົດ 1.980 ຕື້ຢວນ, ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຈີນ​ຕໍ່​ຕ່າງ​ປະ​ເທດ​​ມີ​ມູນ​ຄ່າທັງ​ໝົດ 1.050 ຕື້ຢວນ, ການ​ລົງ​ທຶນ​​ໂດຍ​ກົງ​ຂອງຕ່າງ​ປະ​ເທດ​​ໃນ​ຈີນ​ມີ​ມູນ​ຄ່າ​ທັງ​ໝົດ 2.760 ຕື້ຢວນ.

ຄຳ​ເຫັນ

0