黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສົ່ງ​ອອກ​ຜ້າ​ປິດ​ປາກ​​ເຖິງ 224,2 ຕື້​ອັນ

2021-01-15 11:41:51 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ມັງ​ກອນນີ້, ທ່ານຫຼີ​ຂຸຍ​ເຫວີນ ໂຄ​ສົກ​ອົງ​ການ​​ພາ​ສີ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ຕາມ​ສະ​ຖິ​ຕິ, ນັບ​ແຕ່​ເດືອນ​ມີ​ນາ ຫາ​ທ້າຍ​ປີ​ຜ່ານ​ມາ, ດ່ານ​ພາ​ສີ​ທົ່ວ​ປະ​ເທດ​ຈີນ​ໄດ້​ກວດ​ກາ​ແລະ​ອະ​ນຸ​ຍາດໃຫ້​ສົ່ງ​ອອກວັດ​ຖຸ​ຕົ້ນ​ຕໍທີ່​ໃຊ້​ໃນ​ການປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ມູນ​ຄ່າ​ເຖິງ 438,5 ຕື້ຢວນ, ໃນ​ນັ້ນ​ໄດ້​ສົ່ງ​ອອກຜ້າ​ປິດ​ປາກ​​ເຖິງ 224,2 ຕື້​ອັນ, ມີ​ມູນ​ຄ່າ​ເຖິງ 340 ຕື້ຢວນ, ເທົ່າ​ກັບ​ວ່າ​ໄດ້​ສະ​ໜອງ​ຜ້າ​ປິດ​ປາກ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ ​ໃນ​ໂລກນອກ​ຈາກ​ປະ​ເທດ​ຈີນເກືອບ 40 ອັນ​ຕໍ່​ຄົນ. ໃນ​ນີ້, ຜ້າ​ປິດ​ປາກ​ໃຊ້​ໃນ​ທາງການ​ແພດ​ມີ​ເຖິງ 6,5 ລ້ານ​ອັນ, ກວມ 30% ຂອງ​ຜ້າ​ປິດ​ປາກ​ທີ່ສົ່ງ​ອອກ. ນອກນີ້, ຈີນ​ຍັງ​ໄດ້​ສົ່ງ​ອອກ​ຊຸດ​ປ້ອງ​ກັນ​ພະ​ຍາດ​ເຖິງ 2,31 ຕື້​ຊຸດ, ລວມ​ທັງ​ຊຸດ​ປ້ອງ​ກັນ​​ໃນ​ທາງ​ການ​ແພດ 773 ລ້ານ​ຊຸດ; ສົ່ງ​ອອກແວ່ນ​ຕາ​ປ້ອງ​ກັນ​ພະ​ຍາດ​ເຖິງ 289 ລ້ານ​ອັນ, ຖົງ​ມື​ຜ່າ​ຕັດ 2,92 ຕື້​ຄູ່. ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວ ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ພະ​ນັກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ເຊັ່ນ: ພະ​ນັກ​ງານ​ການ​ແພດ​ແລະ​ພະ​ຍາ​ບານ​ເປັນ​ຕົ້ນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ໃນ​ການ​ປ້ອງ​ກັນ​ຕົວ​ເອງ​ໃຫ້​ດີ​ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ຕົນ.

ຄຳ​ເຫັນ

0