黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານທອງລຸນ ສີສຸລິດທີ່ໄດ້ຮັບ ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

2021-01-15 18:08:32 cri

ໂທລະເລກຊົມເຊີຍ

 

ເຖິງ:  ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

 

                                ທີ່ ນະຄອນຫລວງວຽງຈັນ

    ສະຫາຍທີ່ຮັກແພງ,

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຮັບຊາບວ່າ ສະຫາຍ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຕາງໜ້າໃຫ້ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີຊົມເຊີຍຢ່າງສຸດໃຈ ແລະ ສົ່ງຄວາມອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດໃໝ່ ມານະທີ່ນີ້ດ້ວຍ.

ນັບແຕ່ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ພາຍໃຕ້ການນໍາພາອັນໜັກ ແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກນນໍາ, ພາລະ ກິດແຫ່ງການກໍ່ສ້າງສັງຄົມນິຍົມຂອງລາວ ໄດ້ມີຄວາມຄືບໜ້າທີ່ສໍາຄັນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງດີຂຶ້ນເລື້ອຍໆ. ພາຍໃຕ້ສະພາບການໃໝ່ນີ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງສະຫງ່າງາມ ແລະ ມີໄຊ, ເຊິ່ງໄດ້ມີຄວາມໝາຍອັນຍິ່ງໃຫຍ່ ແລະ ສໍາຄັນຫຼາຍຕໍ່ການກໍານົດຍຸດທະສາດທີ່ເປັນລະບົບ ໃຫ້ແກ່ພາລະ ກິດຂອງພັກ ແລະ ປະເທດຊາດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນແກນນໍານັ້ນ, ພັກປະຊາຊົນປະຕິວັດລາວ ແນ່ນອນຈະສາມາດນໍາພາປະຊາຊົນລາວທົ່ວປະເທດ ສືບຕໍ່ມີຄວາມສາມັກຄີເປັນປຶກແຜ່ນ, ບາກບັ່ນສູ້ຊົນ ແລະ ຊຸກຍູ້ເຮັດໃຫ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມນັບມື້ນັບມີໝາກຜົນອັນໃໝ່ ແລະ ຍິ່ງໃຫຍ່ຂຶ້ນໄປເລື້ອຍໆ.

ສອງປະເທດ ຈີນ-ລາວ ເປັນປະເທດສັງຄົມນິຍົມ ຖານບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດອັນດີງາມ ໂດຍຢູ່ພາຍໃຕ້ການເອົາໃຈໃສ່, ຖະໜຸຖະໜອມ ແລະ ຊຸກຍູ້ຮ່ວມກັນຈາກການນໍາແຕ່ລະສະໄໝຂອງສອງພັກ, ສອງປະເທດ ຈີນ-ລາວ, ໄດ້ເຮັດໃຫ້ສາຍພົວພັນສອງປະເທດຮັບການເພີ່ມພູນຄູນສ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດ ຈີນ-ລາວ. ພາຍໃຕ້ສະຖານະການຂອງໂລກພວມຢູ່ໄລຍະການປ່ຽນແປງ ແລະ ປັ່ນປ່ວນນີ້, ຂ້າພະເຈົ້າ ຍິນດີຮ່ວມກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເພີ່ມທະວີການ ນໍາພາທາງດ້ານການເມືອງຕໍ່ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການພົວພັນຮ່ວມມື ແລະ ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ, ຈັບມືກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ.

ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງປະສົບຜົນສໍາເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ວຽກງານອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ,

 

                      ນະຄອນຫຼວງປັກກິ່ງ, ວັນທີ 15 ມັງກອນ 2021

 

                               ສີ ຈິ້ນຜິງ   

                   ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ

ຄຳ​ເຫັນ

0