蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສຳ​ເລັດຂັ້ນ​ຕອນ​ການ​ໃຫ້​ສັດ​ຕະ​ຍາ​ບັນສັນ​ຍາ RCEP ​ພາຍ​ໃນ​ເວ​ລາ 6 ເດືອນ

2021-01-15 14:33:01 CRI

ວັນ​ທີ 14 ມັງ​ກອນ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຄວາມ​ຄືບ​ໜ້າຫຼ້າ​ສຸດ​ຂອງ​ຝ່າຍ​ຈີນ​ໃນ​ການ​ປະ​ຕິ​ບັດ​ຂັ້ນ​ຕອນ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ໂດຍ​ກ່າວ​ວ່າ: ຈີນ​ໄດ້​ເລີ່ມ​ຂັ້ນ​ຕອນ​ການ​ໃຫ້​ສັດ​ຕະ​ຍາ​ບັນພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ສັນ​ຍາ RCEP ແຕ່​ເດືອນ​ທັນ​ວາ​ປີ​ຜ່ານ​ມາ ແລະ ​ປັດ​ຈຸ​ບັນ​ກໍ​ມີ​ຄວາມ​ຄືບ​ໜ້າ​ດີ.

ເດືອນ​ພະ​ຈິກ​ປີ 2020, ​ບັນ​ດາ​ປະ​ເທດ​ພາ​ຄີ​ໄດ້​ລົງ​ນາມ​ໃນສັນ​ຍາ RCEP ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນຫຼາຍ​ທີ່​ສຸດ, ອົງ​ປະ​ກອບ​ປະ​ເທດ​ພາ​ຄີ​​ກໍ​ມີ​ຄວາມ​ຄົບ​ຖ້ວນສົມ​ບູນ​ທີ່​ສຸດ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ທີ່​ສຸດ​​ໃນ​ໂລກ​ນັ້ນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ.

​ການ​ສະ​ຖິ​ຕິ​ຂອງອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2020, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​​ທີ່​ເຮັດ​ກັບ 14 ປະ​ເທດ​ພາ​ຄີ​ໃນ​ສັນ​ຍາ RCEP ມີ​ເຖິງ 10.200 ຕື້ຢວນ, ເພີ່ມ​ຂຶ້ນ 3,5% ເມື່ອ​ທຽບ​ໃສ່​ປີ 2019 ແລະ ສູງກວ່າ​ຈັງ​ຫວະການ​ເຕີບ​ໂຕ​ດ້ານການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ 1,6% ເຊິ່ງ​ໄດ້​ກວມ 31,7% ຂອງຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ.

ຄຳ​ເຫັນ

0