李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີຟິລິບປິນຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີການຕ່າງປະເທດຈີນ

2021-01-17 14:16:13 cri

ວັນທີ 16 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ທີ່ໄປຢ້ຽມຢາມຟິລິບປິນ ທີ່ນະຄອນຫຼວງມານີລາ.

ທ່ານວາງຢີ້ກ່າວວ່າ, ໃນການມາຢ້ຽມຢາມເທື່ອນີ້ ຂ້າພະເຈົ້າຢາກແຈ້ງຂໍ້ມູນຂ່າວສານ 3 ຂໍ້ໃຫ້ຝ່າຍຟິລິບປິນຊາບ, ຄື: ໜຶ່ງ ຈີນຈະສະໜັບສະໜູຟິລິບປິນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງສຸດຂີດ, ສອງ ຈີນຈະອອກແຮງເພື່ອສະໜັບສະໜູນຟິລິບປິນຟື້ນຟູເສດຖະກິດໂດຍໄວ, ສາມ, ຈີນຈະເດັດດ່ຽວສະໜັບສະໜູນຟິລິບປິນ ປົກປັກຮັກສາອະທິປະໄຕແຫ່ງຊາດແລະກຽດສັກສີຂອງຊົນຊາດ.

ທ່ານວາງຢີ້ກ່າວຕື່ມວ່າ, ເຊື່ອວ່າ, ພາຍໃຕ້ການຊີ້ນຳ-ນຳພາດ້ານຍຸດທະສາດຂອງປະມຸກລັດທັງສອງປະເທດ, ການພົວພັນຈີນກັບຟິລິບປິນຈະພັດທະນາກ້າວໄປໜ້າຢ່າງໝັ້ນທ່ຽງແລະເປັນຢ່າງດີແນ່ນອນ.

ທ່ານດູເຕີເຕ ກ່າວວ່າ, ຟິລິບປິນຂອບໃຈຫຼາຍຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງໃຫຍ່ຫຼວງຕໍ່ການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຟິລິບປິນ, ໂດຍສະເພາະແມ່ນມອບຢາວັກຊິນໃຫ້ຢ່າງທັນການ, ຄອງຄອຍເພີ່ມທະວີການຮ່ວມມືກັບຈີນໃນດ້ານຢາວັກຊິນ. ຈີນໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານການຊຸກຍູ້ໃຫ້ເສດຖະກິດພາກພື້ນຟື້ນຕົວຄືນ. ຂອບໃຈນຳຝ່າຍຈີນທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງພື້ນຖານໂຄງລ່າງຂອງຟິລິບປິນ. ຟິລິບປິນຍິນດີເພີ່ມທະວີການຮ່ວມມືກັບຈີນ, ເພື່ອຟື້ນຟູເສດຖະກິດໂດຍໄວ, ທັງນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນຟິລິບປິນໂດຍໄວ.

 

ຄຳ​ເຫັນ

0