曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຖືກບົ່ງມະຕິເປັນພະຍາດໂຄວີດ-19 ເພີ່ມໃໝ່ຕໍ່ມື້ຂອງເມເລເຊຍຫຼາຍກວ່າ 4000 ກໍລະນີເປັນເທື່ອທຳອິດ

2021-01-17 16:02:44 cri

ຕົວ​ເລກຂໍ້​ມູນ​ກ່ຽວ​ກັບສະ​ພາບ​ພະ​ຍາດ​ໂຄ​ວີດ-19​ທີ່ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ເລ​ເຊຍ​ປະ​ກາດ​ໃນວັນ​ທີ 16 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ຕອນ​ທ່ຽງ​ມື້​ດຽວ​ກັນ, ມາ​ເລ​ເຊຍ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວີດ-19 ເພີ່ມ​ໃໝ່ 4029 ກໍ​ລະ​ນີ​ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ເຊິ່ງເປັນ​ເທື່ອ​ທຳ​ອິດ​ທີ່ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້​ລື່ນ​ກາຍ 4000 ກໍ​ລະ​ນີ​, ທັງ​ໝົດ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ 155095 ກໍ​ລະ​ນີ, ແລະມີ​ 594 ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວີດ-19.

​ນັບ​ແຕ່ວັນ​ທີ 14 ຫາ​ວັນ​ທີ 16 ມັງ​ກອນ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວີດ-19 ​ທີ່ເພີ່ມ​ໃໝ່​ຕໍ່​ມື້​​ຂອງ​ມາ​ເລ​ເຊຍລ້ວນ​ແຕ່​ຫຼາຍກວ່າ 3000 ກໍ​ລະ​ນີ. ຍ້ອນ​ວ່າ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ໃນ​ຫວ່າງ​ມໍ່ໆ​ນີ້, ມາ​ເລ​ເຊຍ​ໄດ້​ເຂັ້ມ​ງວດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຢູ່​ທົ່ວ​ປະ​ເທດ​ນັບ​ແຕ່​ວັນ​ທີ 13 ມັງ​ກອນ​ນີ້​ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0