ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 17 ມັງກອນນີ້, ກະຊວງຄົມມະນາຄົມສິງກະໂປໄດ້ຖະແຫຼງວ່າ: ກົມສຳຫຼວດຄວາມປອດໄພດ້ານຄົມມະນາຄົມສິງກະໂປໄດ້ສົ່ງນັກວິຊາການ 2 ຄົນມາເຂົ້າຮ່ວມການສືບສວນເຫດການເຮືອບິນໂດຍສານຂອງບໍລິສັດການບິນສຣີວີຈາຢາອິນໂດເນເຊຍຕົກ ເຊິ່ງນັກວິຊາການໄດ້ເດີນມາຮອດນະຄອນຫຼວງຈາກາຕາປະເທດອິນໂດເນເຊຍໃນຕອນຄ້າຍແລງວັນທີ 13 ມັງກອນຜ່ານມາ.
ເຮືອບິນໂດຍສານລຸ້ນ SJ182 ຂອງບໍລິສັດການບິນສຣີວີຈາຢາອິນໂດເນເຊຍໄດ້ເລີ່ມບິນຈາກນະຄອນຫຼວງຈາກາຕາເພື່ອເດີນທາງໄປເມືອງພົນທິນາກໃນຕອນບ່າຍວັນທີ 9 ມັງກອນຜ່ານມານັ້ນ ໄດ້ຕົກຢູ່ເຂດທະເລໃກ້ກັບເກາະປູລາວ ລາກີຫຼັງຈາກບິນຂຶ້ນໄດ້ບໍ່ດົນ. ປັດຈຸບັນນີ້ຊອກເຫັນກ່ອງດຳອັນໜຶ່ງແລ້ວ. ນັກວິຊາການທີ່ເຂົ້າຮ່ວມການສືບສວນກ່າວວ່າ: ປົກກະຕິແລ້ວເຫດການເຮືອບິນຕົກເກີດຈາກອຸບັດເຫດຫຼາຍຢ່າງ, ການສືບສວນສ່ວນຫຼາຍຈະໃຊ້ເວລາຫຼາຍເດືອນ ຫຼືຫຼາຍປີ.
ຄຳເຫັນ
0