劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO: ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້ເຜີຍ​ແບ​​ໃຫ້​ເຫັນວ່າ: ປະ​ເທດ​ຕ່າງໆ​ບໍ່​ໄດ້​ກະ​ກຽມ​ຢ່າງ​ພຽງ​ພໍ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ​ໂດຍ​ທົ່ວ​ໄປ

2021-01-19 15:24:29 cri

 

ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ເທ​ໂຕຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້​ເກີດ​ຂຶ້ນ​ມາ​ເປັນເວ​ລາ 1 ປີ, ທຸກໆປະ​ເທດ​ສະ​ມາ​ຊິກ​ອົງ​ການ​ອະ​ນາ​ໄມ​ໂລ​ກ​ກໍ​ຄື​ອົງ​ການ​ອະ​ນາ​ໄມ​ໂລກ​ເອງ​ຄວນ​ຖອດ​ຖອນ​ບົດ​ຮຽນ 3 ຢ່າງ ຄື: ການ​ກະ​ກຽມ​ແລະ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ການ​ພົວ​ພັນ​ລະ​ຫ​ວ່າງມວນ​ມະ​ນຸດ​ກັບ​ສັດ​ແລະ​​ໜ່ວຍໂລກ ແລະ​ການ​ເພີ່ມ​ທະ​ວີ​ການ​ເສີມ​ສ້າງ​ອົງ​ການອະ​ນາ​ໄມ​ໂລກ.

ທ່ານ​ເທ​ໂຕຼ​ສ ເຫັນ​ວ່າ: ໃນ​ດ້ານ​ການ​ກະ​ກຽມ​ແລະ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຂະ​ໜາດ​ໃຫຍ່, ສະ​ພາບ​ພະ​ຍາດ​ໂຄວິດ-19 ​ໄດ້ເຮັດ​ໃຫ້​ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດ​ແລະ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ ກໍ​ຮູ້​ສຶ​ກ​ຕື່ນ​ຕົກ​ໃຈ​ແລະ​ຮັບ​ມືບໍ່​ທັນ ເຊິ່ງ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ເຖິງ​ບັນ​ຫາ​ທີ່​ປະ​ເທດ​ຕ່າງໆ​ບໍ່ໄດ້​ກະ​ກຽມ​ຢ່າງ​ພຽງ​ພໍ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ​ໂດຍ​ທົ່ວ​ໄປ.

ສອງ, ຄົນ​ທັງຫຼາຍ​ຄວນ​ຮັບ​ຮູ້​ວ່າ: ມວນ​ມະ​ນຸດ, ສັດ​ແລະ​ໜ່​ວຍໂລກ​ມີ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ.

ສາມ, ໂລກ​ນີ້​ຕ້ອງ​ການ​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ເຂັ້ມ​ແຂງ.

ຄຳ​ເຫັນ

0