劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ໃຫຍ່​ WHO ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ສັກ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ

2021-01-19 10:49:38 cri

 

ວັນ​ທີ 18 ຫາ​ວັນ​ທີ 26 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານຂອງ​ອົງ​ການ​ອະ​ນາໄມ​ໂລກ​ຫຼື WHO ​ຄັ້ງ​ທີ 148  ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວີ​ດີ​ໂອ ໂດຍ​ໄດ້ປຶກ​ສາ​ຫາ​ລື​ວະ​ລະ​ປະ​ຊຸມ​ຂອງກອງ​ປະ​ຊຸມ​​ອະ​ນາ​ໄມໂລກ​ໃນ​ປີ​ນີ້​ ແລະ​ຮັບ​ຮອງ​ມະ​ຕິ​ທີ່​ຈະ​ຍື່ນ​ຕໍ່​ກອງ​ປະ​ຊຸມ​ໃຫຍ່. ທ່ານ​ເທ​ໂຕຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ໃນ​ມື້​ດຽວ​ກັນ​ວ່າ: ພາຍ​ໃນ​ໜຶ່ງ​ປີຫຼັງ​ເກີດ​ມີ​ເຊື້ອ​ໄວ​ຣັ​ດ​ພະ​ຍາດ​ໂຄວິດ-19 ຫຼາຍ​ປະ​ເທດ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ວັກ​ຊິນ​ທີ່​ມີ​ຄວາມ​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນ​, ນີ້​ແມ່ນ​ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ​ທີ່​ດີ​ເລີດ ທັງ​ແມ່ນ​ແຫຼ່ງ​ກຳ​ເນີດ​ຂອງ​ຄວາມ​ຫວັງ. ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່​ທີ່​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ທີ່ເຮັດ​ໃຫ້​ການ​ສັກ​​ວັກ​ຊິນ​ກາຍ​ເປັນ​ເລື່ອງ​ສຳ​ຄັນຫຼາຍ, ແຕ່​ຄວາມ​ອັນ​ຕະ​ລາຍ​ທີ່​ແທ້​ຈິງ​ຄື ຄວາມບໍ່​ສະ​ເໝີ​ພາບ​ກັນ​ໃນ​ການ​ສັກ​​ວັກ​ຊິນ.

ທ່ານ​ເທ​ໂຕຼ​ສ​ ກ່າວ​ເນັ້ນ​ວ່າ: ໃນ​ອະ​ນາ​ຄົນ​ຈະ​ມີ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ຢ່າງພຽງ​ພໍ, ແຕ່​ປັດ​ຈຸ​ບັນ​ຕ້ອງ​ສາ​ມັກ​ຄີ​ກັນ, ໃຫ້​ບູ​ລິ​ມະ​ສິດ​ແກ່​ກຸ່ມ​ຄົນ​ທີ່​ມີ​ຄວາມ​​ສ່ຽງ​ສູງ​​ຂອງ​ທຸກປະ​ເທດໃນ​ການ​ສັກ​​ວັກ​ຊິນ. ວິ​ທີ​ທີ່​ໃຫ້​ບູ​ລິ​ມະ​ສິດ​ພຽງ​ແຕ່ຕົນ​ເອງ​ຈະ​ເຮັດ​ໃຫ້​ກຸ່ມ​ຄົນ​ທີ່​ທຸກ​ຍາກ​ທີ່​ສຸດ​ແລະ​ອ່ອນ​ເອ​ທີ່​ສຸດ​ໃນ​ໂລກ​ຕົກ​ເຂົ້າ​ສູ່​ຄວາມ​ອັນ​ຕະ​ລາຍ, ຈະ​​ເປັນ​ການແກ່​ຍາຍ​ເວ​ລາ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ແລະ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ອອກ​ໄປ​ອີກ ເຊິ່ງ​ຈະ​ເຮັດ​ໃຫ້​ມວນ​ມະ​ນຸດ​ແລະ​ເສດ​ຖະ​ກິດ​ໄດ້​ຮັບ​ຜົນ​ກະ​ທົບຫຼາຍກວ່າ​ເກົ່າ. ດັ່ງ​ນັ້ນ, ທ່ານ​ເທ​ໂຕຼ​ສ ​ຈິ່ງຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​​ຈົ່ງສາ​ມັກ​ຄີ​ ແລະ​ປະ​ສານ​ສົມ​ທົບ​ກັນ​ຕື່ມ​ອີກ.

 

ຄຳ​ເຫັນ

0