吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍຈະດຳ​ເນີນຂັ້ນ​ຕອນ​ພາຍ​ໃນ​ປະ​ເທດ​ເພື່ອຖອນ​ອອກ​ຈາກ “ສັນຍາວ່າ​ດ້ວຍ​ການ​ເປີດ​ນ່ານຟ້າ”

2021-01-19 16:28:26 cri

​ເມື່ອບໍ່​ດົນ​ມາ​ນີ້, ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ວ່າ​ຈະ​ດຳ​ເນີນ​ຂັ້ນ​ຕອນພາຍ​ໃນ​ປະ​ເທດ​ເພື່ອ​ຖອນ​ອອກ​ຈາກ “ສັນຍາວ່າ​ດ້ວຍ​ການ​ເປີດ​ນ່ານຟ້າ". ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ຣັດ​ເຊຍ​ໄດ້​ພະຍາຍາມ​ຮັກສາ​ສັນຍາ​ດັ່ງກ່າວ ​ແຕ່ກໍ​ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກ​ອາ​ເມຣິກາ ​ແລະ​ປະ​ເທດພາຄີີ​ອື່ນໆ​ໃນ​ສັນຍາ.

ທ່ານ​ນາງ​ຮວ້າຊຸ່ນຢີງ​ກ່າວ​ວ່າ: ສາ​ເຫດຕົ້ນຕໍຂອງຣັດ​ເຊຍທີ່​ຈະດຳ​ເນີນຂັ້ນ​ຕອນ​ການ​ຖອນ​ອອກ​ຈາກ “ສັນຍາ​ວ່າ​ດ້ວຍ​ການ​ເປີດ​ນ່ານຟ້າ” ກໍ​ຍ້ອນ​ວ່າ​ໃນ​ໄລຍະ​ຜ່ານ​ມາ ອາ​ເມຣິກາ​ໄດ້​ຖອນ​ອອກ​ຈາກ​ສັນຍາ​ແຕ່​ພຽງ​ຝ່າຍ​ດຽວ​​ໂດຍ​ບໍ່​ເອົາ​ຫົວຊາ​ຕໍ່ການ​ຄັດຄ້ານ​ຂອງ​ປະຊາ​ຄົມ​ໂລ​ກ ​ເຊິ່ງ​ໄດ້ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈກັນ ​ແລະ​ຄວາມ​​ໂປ່​ງ​ໃສ​ດ້ານ​ການ​ທະຫານ​ລະຫວ່າງ​ບັນດາ​ປະ​ເທດ. ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ອາ​ເມຣິກາ​ໄດ້​ຍຶດໝັ້ນ​ແນວ​ຄິດ​ສົງຄາມ​ເຢັນ, ​ປະຕິ​ບັດ​ຕາມນະ​ໂຍບາຍ “ອາ​ເມຣິກາ​ຕ້ອງ​ມາ​ກ່ອນ”, ລະ​ເມີດ ແລະ​ຖ​ອນ​ອອກ​ຈາກ​ສັນຍາ​ຕ່າງໆ ​ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ຂະ​ບວນການ​ຄວບ​ຄຸມ ​ແລະ​ຫຼຸດ​ກຳລັງ​ຮົບ​ຂອງສາກົນ. ຈີນ​ຮຽກຮ້ອງ​​ໃຫ້ອາ​ເມຣິກາຈົ່ງ​ກ້າ​ຜະ​ເຊີນ​ກັບ​ບັນຫາ​ຄວາມ​ເປັນ​ຫ່ວງ​ຂອງ​ປະຊາ​ຄົມ​ໂລກ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ຍຸດ​ທະ​ສາດ​ໃນ​ທົ່ວ​ໂລກ, ຄວາມ​ໝັ້ນຄົງ ​ແລະ​ສັນຕິພາບຂອງ​ສາກົນ ​ກໍ​ຄື​ພາກ​ພື້ນ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ຄຳ​ເຫັນ

0