劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊົມ​ເຊີຍ​ແລະ​ຄອງ​ຄອຍ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່ “ສັນ​ຍາປາ​ຣີ”

2021-01-20 10:28:42 cri

 

ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ: ຈີນ​ຊົມ​ເຊີຍ​ແລະ​ຄອງ​ຄອຍ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່ “ສັນ​ຍາ​ປາ​ຣີ” ເພື່ອ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຄຸ້ມ​ຄອງດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ​ເມື່ອລັດ​ຖະ​ບານ​​ໂຈ ໄບ​ເດັນ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ, ກໍ​ຈະ​ເຊັນລັດ​ຖະ​ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ໃຫ້​ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່ “ສັນ​ຍາ​ປາ​ຣີ”.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​ກ່າວ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ຕ້ອງ​ການ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນ​ຮັບ​ມື, ຈີນ​ຈະ​ສົ່ງ​ເສີມ​ຄວາມ​ພະ​ຍາ​ຍາມ​ແລະ​ການ​ຮ່ວມ​ມື​ສາ​ກົນທຸ​​ກ​ຢ່າງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ “ສັນ​ຍາ​ປາ​ຣີ” ຢ່າງ​ຕັ້ງ​ໜ້າ ເພື່ອ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ.

ຄຳ​ເຫັນ

0