吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະ​ສ້າງ​ລະບົບປະກັນ​ສັງຄົມ​ໃຫ້​ສົມບູນ​ກວ່າ​ເກົ່າ​ໃນ​ປີ 2021

2021-01-20 15:48:43 cri

ວັນ​ທີ 19 ມັງກອນ​ນີ້, ນັກຂ່າວ​ໄດ້​ຮັບ​ຊາບ​ຈາກ​ກະຊວງ​ຊັບ​ພະຍາ​ກອນ​ມະນຸດ ​ແລະການ​ປະກັນ​ສັງຄົມ​ຈີນວ່າ: ​ໃນ​ປີ 2021, ຈີນ​ຈະ​ສ້າງ​ລະບົບ​ການ​ປະກັນສັງຄົມ​ໃຫ້​ສົມບູນ​ກວ່າ​ເກົ່າ.

​ໃນປີ 2021, ກະຊວງ​ຊັບພະຍາກອນ​ມະນຸດ ​ແລະ​ປະກັນ​ສັງຄົມ​ຈີນ​ຈະ​​ຖື​ເອົາ​ການ​ເປີດ​ກວ້າງການ​ປະກອບ​ອາຊີບ​ ​​ແລະ​ເຮັດ​ໃຫ້​ອາຊີບມີຄວາມ​ໝັ້ນຄົງ​ເປັນ​ວຽກ​ງານ​ຕົ້ນຕໍ, ​ເຮັດ​ໃຫ້ຫົວໜ່ວຍ​ທຸລະ​ກິດ​ໃນ​ຕະຫຼາດ ​ແລະ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ​ມີ​ຄວາມ​ໝັ້ນຄົງ, ​​ເຮັດໃຫ້ນັກສຶກສາ​ທີ່ຈົບ​ຈາກ​ມະຫາວິທະຍາ​ໄລ, ​ແຮງ​ງານ​ຊົນນະບົດ​ເຄື່ອນ​ຍ້າຍ ​ແລະ​ກຸ່ມ​ຄົນ​ອື່ນໆມີວຽກ​ເຮັດງານ​ທຳ​ໂດຍ​ພື້ນຖານ, ຮັບປະກັນ​ຜູ້​ທຸກ​ຍາກ​ປະກອບ​ອາຊີບ ​ເພື່ອ​ຮັບປະກັນ​ສະພາບ​ການ​ປະກອບ​ອາຊີບ​​ໃຫ້ມີ​ຄວາມ​ໝັ້ນຄົງ​ໂດຍລວມ.

ລັດຖະບານຈີນ​ຍັງ​ຈະປັບປຸງ​ກົນ​ໄກ​ການ​ຊ່ວຍ​ເຫຼືອ​ຊັບພະຍາກອນ​ມະນຸດ ​ແລະ​ການ​ປະກັນ​ສັງຄົມ​ຢູ່​ເຂດ​ແຄວ້ນ​ທີ່​ດ້ອຍ​ພັດທະນາ​ໃຫ້ຄົບ​ຖ້ວນ​ສົມບູນ, ບັບປຸງ​ ​ແລະ​ເສີມ​ຂະຫຍາຍໝາກຜົນຂອງ​ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ອອກ​ແຮງກຳຈັດ​ຂອດຫຍຸ້ງຍາກ, ຂອດ​ທີ່​ເປັນ​ບັນຫາ ​ແລະ​ຂອດ​ທີ່​ອົດ​ຕັນ​ໃນ​ການ​ບໍລິການ​ປະຊາຊົນ.

ຂໍ້​ມູນ​ສະຖິຕິ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2020, ​ການ​ປະກອບ​ອາຊີບ​​ໃນ​ຕົວ​ເມືອງເພີ່ມ​ໃໝ່ມີ​ເຖິງ 11,86 ລ້ານ​ຄົນ, ລື່ນ​ກາຍຄາດໝາຍ​ທີ່​ກຳນົດ​ໄວ້​ໃຫ້​ບັນລຸ 9 ລ້ານ​ຄົນ​ຂຶ້ນ​ໄປ ​ເຊິ່ງ​ເທົ່າ​ກັບ 131,8% ຂອງ​ເປົ້າ​ໝາຍ​ໝົດ​ປີ.

​ໃນ​ປີ 2020, ອັດຕາ​ການວ່າງ​ງານ​ຢູ່​ຕົວ​ເມືອງ​ສະ​ເລ່ຍຕໍ່​ປີມີ​ເຖິງ 5,6%. ​ໃນ​ທ້າຍ​ປີ 2020, ອັດຕາ​ການ​ວ່າງ​ງານທີ່​ລົງທະບຽນ​ໃນ​ຕົວ​ເມືອງ​​ມີເຖິງ 4,24%.

ຄຳ​ເຫັນ

0