吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ຂາຍຍ່ອຍ​ສິນຄ້າທີ່​ຈັບຕ້ອງ​ໄດ້​ຜ່ານ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ບັນລຸ​ເຖິງ 9800 ຕື້​ຢວນ

2021-01-20 15:49:45 cri

ຂໍ້​ມູນ​ສະຖິຕິ​ຈາກ​ກະຊວງ​ການ​ຄ້າ​ຈີນ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2020, ຍອດ​ມູນ​ຄ່າ​ຂາຍຍ່ອຍ​ສິນ​ຄ້າທີ່​ຈັບ​ຕ້ອງ​ໄດ້​ຜ່ານ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ບັນ​ລຸ​ເຖິງ 9800 ຕື້​ຢວນ, ​ເພີ່ມ​ຂຶ້ນ 14,8%, ກວມ 24,9% ຂອງ​ຍອດ​ມູນ​ຄ່າ​ຂາຍຍ່ອຍສິນຄ້າ​ທັງ​ໝົດ, ຈີນ​ກາຍ​ເປັນ​ຕະຫຼາດ​ຂາຍຍ່ອຍ​ຜ່ານ​ທາງ​ອິນ​ເຕີ​ເນັດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເປັນ​ເວລາ 8 ປີ​ລຽນຕິດ.

ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຮູບ​ແບບ​ອຸສາ​ຫະກຳ​ໃໝ່ ​ແລະ​ຮູບ​ແບບ​ທຸລະ​ກິດ​ໃໝ່ ​ເຊັ່ນ: ການ​​ຊື້​ສິນຄ້າ​, ການ​ສຶກສາ, ການ​ປິ່ນປົວ, ວັດທະນະທຳ​ການບັນ​ເທິງ​ທາງ​ອິນ​ເຕີ​ເນັດ ​ແລະ​ອື່ນໆ, ​ໄດ້​ເສີມ​ຂະ​ຫຍາ​ຍບົດບາດ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ​-19 ຮັບປະກັນ​ການ​ສະໜອງ, ຊ່ວຍ​​ຟື້ນ​ຟູ​ການ​ເຮັດ​ວຽກ ​ແລະ​ການ​ຜະລິດ, ຊຸກຍູ້​ການ​ຟື້ນ​ຟູການ​ບໍລິ​ໂພ​ກ ​ແລະ​ຊ່ວຍ​ຊຸກຍູ້​ເສດຖະກິດ​ໃຫ້​ມີ​ຄວາມ​ໝັ້ນຄົງ ​ແລະ​ອື່ນໆ.

ຄຳ​ເຫັນ

0