尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນ​ຢ່າງ​​ແຂງ​ແຮງ​ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ແນ່ນອນ

2021-01-20 17:22:46 cri

ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນ​ຢ່າງ​​ແຂງ​ແຮງ​ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ແນ່ນອນ_fororder_838ba61ea8d3fd1f2c7e9af55286f21897ca5fdd

      ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2020, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​​ຫຼື GDP ຂອງ​ຈີນ​ມີ​ເຖິງ 101.598,6 ຕື້ຢວນ, ໄດ້ບັນ​ລຸ​ສະ​ຖິ​ຕິ​ໃໝ່​ແລະ​ແບບ​ກ້າວ​ກະ​ໂດດ​ໃນ​ປະ​ຫວັດ​ສາດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 10 ​ໝື່ນຕື້ຢວນ​ເປັນ​ຄັ້ງ​ທຳ​ອິດ, ​ພາຍ​ໃຕ້ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ຕື່ມແລະ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຕົກ​​ຢູ່​ໃນ​ຄວາມ​ມືດ​ມົນທີ່​ສຸດ, ​ໃນ​ເມື່ອເສດ​ຖະ​ກິດ​ຈີນ​​ສາ​ມາດ​ຟື້ນ​ຄືນ​ໄດ້​ຢ່າງ​ແຂງ​ແຮງ​ແລະ​ຖືກ​ປັບ​ປຸງ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ຈະ​ເປັນ​ການ​​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ໄດ້​ແລະ​ກ້າວ​ໄປ​ຕາມ​ທິດທາງ​ທີ່​ຖືກ​ຕ້ອງ, ​ທັງ​ສາ​ມາດ​ມີຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ແລະ​ການ​ເຕີບ​ໂຕ​ກໍ​ເພີ່ມ​ຂຶ້ນ.
 

     ປີ 2020, ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ແວດ​ລ້ອມ​​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ສັບ​ສົນ​ແລະ​​ຂ້ຽວ​ຂາດໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຈີນ​ໄດ້​ນຳ​ໜ້າ​ໝູ່​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ໄດ້ເປັນ​ຢ່າງ​ດີ, ນຳ​ໜ້າ​​ໝູ່​ໃນ​ການຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ ແລະ​ນຳ​ໜ້າ​ໝູ່​ໃນ​ການ​ພິກການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຈາກ​​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ. ອົງ​ການ​​ການຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ໂລກ​ໃນ​ເດືອນ​ທັນ​ວາ​ປີ 2020 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2020, ເສດ​ຖະ​ກິດ​ໂລກ​​ໄດ້​ຊຸດ​ໂຊ​ມ​ລົງ 4,2%, ​ແຕ່ຈີນ​ຍັງ​ແມ່ນ​ກຸ່ມ​ເສດ​ຖະ​ກິດຕົ້ນ​ຕໍ​ພຽງ​ໜຶ່ງ​ດຽວ​ທີ່​ບັນ​ລຸ​ການ​ເຕີບ​ໂຕ​ເປັນ​ຕົວ​ເລກບວກ​ໃນ​ປີ​ນີ້, ຄາດ​ວ່າ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​​ທີ່​ມີຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2021 ຈະ​ຫຼາຍກວ່າ 1 ສ່ວນ 3.
 

      ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ປະ​ເພດ​ອຸດ​ສາ​ຫະ​ກຳ​ຄົບ​ຖ້ວນ​ທັງ​ໝົດ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ​ຕາມ​​ການ​ຈັດ​ແບ່ງ​ປະ​ເພດ​ອຸດ​ສາ​ຫະ​ກຳ​ຂອງ​​ອົງການ​ສະ​ຫະ​ປະ​ຊາ​ຊາດ​. ປີ 2020, ມູນ​ຄ່າ​ເພີ່​ມ​ຂອງວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳຂະ​ໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່​ປີ​ 2019, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ທ່ວງ​ທ່າ​ທີ່​ດີ​ດ້ານ​ການ​ພັດ​ທະ​ນາ​ທີ່​ຄຶກ​ຄັກອີກ​ເທື່ອ​ໜຶ່ງ. ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ​ບໍ່​ພຽງ​ແຕ່​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​​ໃຫ້​ກັບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ​​ໄດ້ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​ແກ່​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ຂະ​ນະ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ຕາມ​ສະ​ຖິ​ຕິ​ທີ່​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ແຕ່​ເດືອນ​ມີ​ນາ​ຫາ​ທ້າຍ​ປີ ​2020, ຈີນ​ໄດ້​ສົ່ງ​ອອກ​ຜ້າ​ປິດ​ປາກ​ 224,2 ຕື້​ອັນ, ເທົ່າ​ກັບ​ໄດ້​ສະ​ໜອງ​ຜ້າ​ປິດ​ປາກ​ເກືອບ 40 ອັນ​ຕໍ່​ຄົນ​ໃຫ້​ແກ່​ຊາວ​ໂລກ​ ນອກ​ຈາກ​ປະ​ເທດ​ຈີນ​. ນອກ​ນີ້, ຈີນ​ຍັງ​ໄດ້​ສົ່ງ​ອອກ​ຊຸດ​ປ້ອງ​ກັນ​ພະ​ຍາດ 2,31 ຕື້​ຊຸດ, ແວ່ນ​ຕາ​ປ້ອງ​ກັນ​ເຊື້ອ​ໄວ​ຣັດ 289 ລ້ານ​ຄູ່, ຖົງ​ມື​ຜ່າ​ຕັດ 2,92 ຕື້​ຄູ່, ເຄື່ອງ​ຊ່ວຍ​ຫາຍ​ໃຈ 2,71 ແສນ​ເຄື່ອງ, ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 1,08 ຕື້​ຊຸດ.

ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນ​ຢ່າງ​​ແຂງ​ແຮງ​ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ແນ່ນອນ_fororder_a6efce1b9d16fdfa8f49ddf3de475b5395ee7bd1

      ປີ 2020, ການ​ລົງ​ທຶນ​ດ້າ​ນ​ຊັບ​ສິນ​ຄົງ​ທີ່​​ໃນທົ່ວ​ປະ​ເທ​ດ​ຈີນ​ເຊິ່ງ​ບໍ່​ລວມ​ທັງ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ໄດ້​ມີ​ເຖິງ 51.890,7 ຕື້ຢວນ, ເພີ່ມ​ຂຶ້ນ 2,9% ເມື່ອ​ທຽບ​ໃສ່​ປີ 2019; ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ​ປີ 2020, ຈີນ​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຕົວ​ຈິງ​ໄດ້ 718,81 ຕື້ຢວນ, ເພີ່ມ​ຂຶ້ນ 5,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2019; ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ຈີນບັນ​ລຸ​ເຖິງ 3,216 ໝື່ນ​ຕື້ຢວນ, ເພີ່ມ​ຂຶ້ນ 1,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2019, ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ຈີນ​ກັບ​ຄູ່ຄ້າ​ທີ່​ສຳ​ຄັນ​ລ້ວນ​ແຕ່​ໄດ້​ບັນ​ລຸ​ການ​ເຕີບ​ໂຕ; ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ກອນ​ໃນ​ຕົວ​ເມືອງ​ໃນ​​ປີ​ 2020​  ບັນ​ລຸ​ໄດ້ 11,86 ລ້ານ​ຄົນ, ເຊິ່ງສູງກວ່າ​​ຄາດ​ໝາຍ​ທີ່​ກຳ​ນົດ​ໄວ້​ຢ່າງ​ຈະ​ແຈ້ງ​ຄື: 9 ລ້ານ​ຄົນຂຶ້ນ​ໄປ; ປີ 2020, ລາຍ​ຮັບ​ທີ່​ຈັບ​ຈ່າຍ​ໄດ້​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ໄດ້ 32.189 ຢວນ, ເພີ່ມ​ຂຶ້ນ 4,7% ເມື່ອ​ທຽບ​ໃສ່​ປີ​ 2019. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຄື​ສະ​ພາບ​ແວດ​ລ້ອມ​ ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ສັບ​ສົນ, ແຕ່ເສດ​ຖະ​ກິດ​ຈີນ​​ສາ​ມາດ​ບັນ​ລຸ​ຕົວ​ເລກ​ທີ່​ດີ​ແບບ​ນີ້​​ກໍ​ຍ້ອນ​ວ່າ​ຈີນ​ໄດ້ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຄວາມ​ຮູ້​ຮອບ​ຕົວ, ເຄົາ​ລົບ​ກົດ​ເກນ​ແລະ​ຕັກ​ກະ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ທີ່​ຖືກ​ຕ້ອງ​ໃນ​ຂະ​ບວນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19.
 

      ປັດ​ຈຸ​ບັນ, ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ເສດ​ຖະ​ກິດ​ໂລກ​ຍັງ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລັດ​ທິ​ຝ່າຍ​ດຽວແລະ​ລັດ​ທິ​ປົກ​ປ້ອງ​ໄດ້​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ, ຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ, ແຕ່​ທ່າ​ອ່ຽງ​ຂອງເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຍັງ​ຈະ​ບໍ່​ປ່ຽນ​ແປງ, ການ​ຮ່ວມ​ມື​​ແລະ​ການເປີດ​ປະ​ຕູ​ຍັງ​ແມ່ນ​ກະ​ແສ​ແຫ່ງ​ຍຸກ​ສະ​ໄໝ. ຂໍ​​ພຽງແຕ່​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​,ຮ່ວມ​ກັນ​ຮັບ​ມື​ນຳ​ກັນ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ, ຊຸກ​ຍູ້​ການ​ປັບ​ປຸງ​ລະ​ບົບ​ການ​ບໍ​ລິ​ຫາ​ນ​ເສດ​ຖະ​ກິດ​ສາ​ກົນ​ໃຫ້​ສົມ​ບູນ​ຂຶ້ນ,ຮ່ວມ​​ກັນຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ,ເສດ​ຖະ​ກິດ​ໂລກ​ກໍ​ຈະ​ສາ​ມາດ​ຟື້ນ​ຄືນ​ໄດ້ຢ່າງ​ແນ່ນອນ. ສ່ວນ​ຈີນ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ນ​ພັດ​ທະ​ນາ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຢ່າງ​ສະ​ໝີ​ຕົ້ນ​ສະ​ເໝີ​ປາຍ​ຢ່າງ​ແນ່ນອນ.ເມື່ອ​ໂລກ​ມີ​ສະ​ພາບ​ການ​ທີ່​ດີ, ຈີນ​ກໍ​ຈະ​ມີ​ສະ​ພາບ​ການ​ທີ່​ດີ​ຂຶ້ນກວ່າ​ເກົ່າ. ແລະ​ເມື່ອ​ຈີນ​ມີ​ສະ​ພາບ​ທີ່​ດີ, ໂລກ​ກໍ​ຈະ​ມີ​ສະ​ພາບ​ທີ່​ດີ​ຂຶ້ນກວ່າ​ເກົ່າ​ເຊັ່ນ​ກັນ.

ຄຳ​ເຫັນ

0