何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ສະໜາມກິລາງານໂອລິມປິກລະດູໜາວແລະງານໂອລິມປິກຄົນພິການລະດູໜາວຢູ່ເມືອງຈ່າງເຈ່ຍໂຂ

2021-01-20 11:05:52 CRI

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ສະໜາມກິລາງານໂອລິມປິກລະດູໜາວແລະງານໂອລິມປິກຄົນພິການລະດູໜາວຢູ່ເມືອງຈ່າງເຈ່ຍໂຂ_fororder_1127000959_16110522675161n

 

ວັນທີ 19 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ຂີ່ລົດໄຟຄວາມໄວສູງໄປຮອດເມືອງຈ່າງເຈ່ຍໂຂແຂວງເຫີເປີຍຂອງຈີນ. ໃນໂອກາດນີ້, ທ່ານໄດ້ໄປສຳຫຼວດກວດກາວຽກງານຢູ່ສະຖານີສະຖານີລົດໄຟຄວາມໄວສູງທ້າຍຈືເສີງຂອງທາງລົດໄຟຄວາມໄວສູງປັກກິ່ງ-ຈ່າງເຈ່ຍໂຂ, ສູນສະກີຫິມະແຫ່ງຊາດ, ສູນແຂ່ງຂັນກິລາລະດູໜາວແຫ່ງຊາດ ແລະໄດ້ໄປຢ້ຽມຢາມນັກກິລາ, ຄູຝຶກ, ຄະນະຮັບຜິດຊອບການປະຕິບັດງານຂອງສະໜາມແຂ່ງຂັນຈ່າງເຈ່ຍໂຂ ແລະຜູ້ຕາງໜ້າບໍລິສັດກໍ່ສ້າງ.

ສະໜາມກິລາໂອລິມປິກລະດູໜາວຕັ້ງຢູ່ເຂດສົງລີເມືອງຈ່າງເຈ່ຍໂຂ ຖືກຍ້ອງຍໍວ່າເປັນເຂດສະກີຫິມະທຳມະຊາດທີ່ດີທີ່ສຸດຢູ່ພາກເໜືອຂອງຈີນ ເຊິ່ງຈະໃຊ້ເປັນສະໜາມແຂ່ງຂັນສະກີຫິມະຕົ້ນຕໍໃນງານໂອລິມປິກລະດູໜາວປັກກິ່ງ 2022.

ຄຳ​ເຫັນ

0