吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດວິ​ສາ​ຫະກິດສູນ​ກາງຈີນ​ໄດ້​ສຳ​ເລັດ​ໂຄງການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢູ່​ຕ່າງປະ​ເທດຫຼາຍ​ກວ່າ 600 ​ໂຄງການ​ໃນ​ປີ 2020

2021-01-20 15:49:15 cri

ວັນ​ທີ 19 ມັງກອນ​ນີ້, ທ່ານ​ເຜີງ​ຮວາ​ກັງ ​ເລຂາທິການ​ທັງ​ເປັນ​ໂຄສົກ​ຂອງຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງຊັບສິນແຫ່ງ​ຊາດ​ຈີນກ່າວ​ວ່າ: ​ເຖິງ​ວ່າ​ຈີນ​ໄດ້​ຮັບຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ​ໃນ​ປີ 2020, ​ເຮັດ​ໃຫ້​ໂຄງການ​​ຂອງ​ລັດ​ວິ​ສາ​ຫະກິດ​ສູນ​ກາງ​ຢູ່​ຕ່າງປະ​ເທດ​ໄດ້ຮັບຜົນ​ກະທົບ​ໃນ​ດ້ານ​ການ​ຄຸ້ມ​ຄອງການ​ເດີນທາງ​ຂອງ​ພະນັກງານ ​ແລະ​ການ​ຂົນ​ສົ່ງວັດຖຸ​ອຸປະກອນ. ​ແຕ່​ລັດ​ວິ​ສາ​ຫະກິດ​ສູນ​ກາງກໍ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິ​ບັດ​ໂຄງການ, ບົນ​ພື້ນຖານການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ໃຫ້​ດີ, ຊຸກຍູ້​ການ​ກໍ່​ສ້າງ​ໂຄງການ​ຢູ່ຕ່າງປະ​ເທດ​​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ. ປັດຈຸບັນ​ນີ້, ​ໂຄງການ​ສ່ວນ​ຫຼາຍ​ພວມ​ຈັດ​ຕັ້ງ​ປະຕິບັດຢູ່, ​​ແລະ​ບໍ່​ມີ​ໂຄງການ​ໃດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຖືກ​ຢຸດຕິ.

“ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ກໍ​ສາມາດ​ເຮັດ​ສຳ​ເລັດ​ແລ້ວ​​ຫຼາຍ​ກວ່າ 600 ​ໂຄງການ. ​ສ່ວນ​ໂຄງການທາງ​ລົດ​ໄຟຈາ​ກາ​ຕາ-ບັນ​ດົງ ​ແລະ​ທາງ​ລົດ​ໄຟ​ຈີນ-ລາວ, ​ສາມາດ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ​ໄດ້ຮັບ​ການ​ຊຸກຍູ້​ໃຫ້​ດຳ​ເນີນ​ໄປ​ຢ່າງ​ສະດວກ, ​​ໂຄງການ​ທີ່​ສຳຄັນ​ຕ່າງ​ໆ​​ໄດ້​ເລີ່​ມກໍ່ສ້າງ ຫຼື​ສຳ​ເລັດ​ການກໍ່ສ້າງ. ​ໂຄງການ​ທີ່​ເປັນ​ສັນຍາ​ລັກ​ເຫຼົ່າ​ນີ້​ໄດ້​ຊຸກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.

ຈົນ​ມາ​ຮອດ​ປັດຈຸບັນ​ນີ້, ມີ​ລັດ​ວິ​ສາ​ຫະກິດສູນ​ກາງ 81 ​ແຫ່ງ​ໄດ້​ຮັບຜິດຊອບ​ໂຄງການ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” 3400 ​ໂຄງການ.

ຄຳ​ເຫັນ

0