何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກມີ​ເຖິງ 96.058.991ຄົນ

2021-01-20 16:04:49 CRI

ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ນັບ​ມາ​ຮອດ​ເວ​ລາ 6 ໂມງ 22 ນາ​ທີ​ຂອງວັນ​ທີ 20 ມັງ​ກອນ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ 96.058.991ຄົນ, ​ມີຜູ້​ເສຍ​ຊີ​ວິດ​ແລ້ວ 2.053.384 ຄົນ. ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ, ​ມີຜູ້ຕິດ​ເຊື້ອ​ເຖິງ 24.216.856ຄົນ, ມີ​ຜູ້​ເສຍ​ຊີ​ວິດແລ້ວ 401.174 ຄົນ.

 

ຂ່າວ​ຍັງ​ໃຫ້​ຮູ້​ອີກວ່າ:ຍ້ອນ​ວ່າ​ຢູ່​ບາງ​ລັດ​ຂອງ​​ປະ​ເທດ​ມາ​ເລ​ເຊຍ​​ບໍ່​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ນັ້ນຈຶ່ງ​ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ວັນ​ທີ 19 ມັງ​ກອນ​ນີ້, ລັດ​ຖະ​ບານ​ມ​າ​ເລ​ເຊຍ​ໄດ້​ປະ​ກາດ​ວ່າ, ຈະ​ຂະ​ຫຍາຍ​ຂ​ອບ​ເຂດ​ປະ​ຕິ​ບັດ “ຄຳ​ສັ່ງ​ຈຳ​ກັດ​ການ​ເຄື່ອນ​ໄຫວ” ອອກ​ໄປ​ສູ່​​ເຂດ​ແຄວ້ນ​ສ່ວນ​ໃຫຍ່ຂອງ​ທົ່ວ​ປະ​ເທດ.

ຄຳ​ເຫັນ

0