秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູບໃດແມ່ນວໍຊິງຕັນ? ຮູບໃດແມ່ນແບັກແດັດ?

2021-01-21 17:03:13 cri

ຮູບໃດແມ່ນວໍຊິງຕັນ? ຮູບໃດແມ່ນແບັກແດັດ?_fororder_8ca25bdedf62f7f82a90d99865b26bd

ວັນ​ທີ 20 ມັງກອນນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ໂຈ ໄບ​ເດັນ ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່, ສະ​ມາ​ຊິກ​ພັກ​ເດ​ໂມ​ເຄ​ຣັດ ໄດ້ສາ​ບານ​ຕົນ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຄົນ​ທີ 46 ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ. ​ກ່ອນ​ໜ້າ​ນີ້, ມີເຈົ້າ​ໜ້າ​ທີ່ກອງ​ປ້ອງ​ກັນ​ດິນ​ແດນ​ແຫ່ງ​ຊາດ 25.000 ກວ່າ​ຄົນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄປ​ປະ​ຈຳ​ຢູ່​ນະ​ຄອນຫຼ​ວງວໍ​ຊິງ​ຕັນ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ລັດ​ຖະ​ສະ​ພາອາ​ເມ​ຣິ​ກາ ​ບ່ອນ​ທີ່​ຕ້ອງ​ກັນ​ຢ່າງ​ເຄັ່ງ​ຄັດ. ປັດ​ຈຸ​ບັນ, ຈຳ​ນວນທະ​ຫານ​ອາ​ເມ​ຣິ​ກາ​ທີ່​ປະ​ຈຳ​ຢູ່​ປະ​ເທດອັ​ຟ​ການີ​ສະ​ຖານ ແລະ​ອີ​ຣັກ​ມີ​ພ​ຽງ​ແຕ່ 5.000 ຄົນ​ເທົ່າ​ນັ້ນ, ແຕ່​ຈຳ​ນວນ​ທະ​ຫານ​ຂອງກອງ​ປ້ອງ​ກັນ​ດິນ​ແດນ​ແຫ່ງ​ຊາດທີ່​ກຳ​ລັງ​ປະ​ຈຳ​ຢູ່​ວໍ​ຊິງ​ຕັນ​​​ມີເກືອບ 5 ເທົ່າ​ຂອງ​ຕົວ​ເລກ​ດັ່ງ​ກ່າວ. ທ່ານ​ໂວ​ຟ ບ​ລີ​ເຊີ, ໂຄ​ສົກ CNN ໄດ້​ກ່າວ​ຜ່ານ​ທາ​ງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ສະ​ພາບ​​ການ​ຢູ່ວໍ​ຊິງ​ຕັນ​ໃນ​ປັດ​ຈຸ​ບັນ​ເໝືອນ​ດັ່ງ​ເຂດ​ທີ່​ເກີດ​ສົງ​ຄາມ ເຊິ່ງ​ເຮັດ​ໃຫ້​ຄົນ​ເຮົາ​ຮູ້​ສຶກ“​ເສົ້າ​ໃຈ”ຫຼາຍ. ຖ້າ​ວ່າ​ບໍ່​​ເຫັນທຸງ​ຊາດ​ອາ​ເມ​ຣິ​ກາ, ​ຄົນ​ທັງຫຼາຍ​ກໍ​ບໍ່​ສາ​ມາດຈຳ​ແນກໄດ້​ວ່າ​ຮູບ​​ໃດແມ່ນ“​ເຂດ​ຂຽວ” ຫຼື​ເຂດ​ປ້ອງ​ກັນ​ໄພ​ຂັ້ນ​ສຸດຍອດ​ຢູ່​ນະ​ຄອນຫຼ​ວງ​ແບັກ​ແດັດ​ຂອງ​ອີ​ຣັກ​ທີ່ກຳ​ລັງ​ປະ​ສົບ​​ກັບໄພ​ຂົ່ມ​ຂູ່​ຈາກ​ການຫຼອນ​ໂຈມ​ຕີ​ຂອງກຸ່ມ​ກໍ່​ການ​ຮ້າຍ ແລະ​ຮູບ​ໃດແມ່ນ​ນະ​ຄອນຫຼວງ​ວໍ​ຊິງ​ຕັນ​ທີ່​​ມັກ​ເອີ້ນ​ວ່າ​ດິ​ນ​ແດນ “​ປະ​ຊາ​ທິ​ປະ​ໄຕ”​ແລະ“​​ຄວາມ​ສິ​ວິ​ໄລ”. ໃນ​ໄລ​ຍະ​ທີ່​ຜະ​ເຊີນ​ໜ້າ​ກັບ​ບັນ​ຫາ​ຕ່າງໆ​ທີ່​ຮ້າຍ​ແຮງ​ພາຍ​ໃນ​ປະ​ເທດ ເຊັ່ນ “​ສັງ​ຄົມ​​ມີ​ຄວາມແຕກ​ແຍກ”,​ບໍ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້ ແລະ​​ບັນ​ຫາອື່ນໆ, ອາ​ເມ​ຣິ​ກາ​ຄວນ​ພິ​ຈາ​ລະ​ນາ​ຖອນ​ທະ​ຫານ​​ຂອງ​ຕົນ​ທີ່​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ອາ​ເມ​ຣິ​ກາ​ໃຫ້ຫຼາຍກວ່າ​ເກົ່າ.​

ພາບ: ແກ້ວ​ປະ​ເສີດ

ຂ່າວ:ດວງ​ພະ​ຈັນ ບົວ​ສະ​ຫວັນ

ຄຳ​ເຫັນ

0