何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີຫຼາຍກວ່າ 40 ປະ​ເທດ​ແຈ້ງ​ຈຸດ​ປະ​ສົງ​ຢາກ​ນຳ​ເຂົ້າ​ວັກ​ຊີນ​ຈາກ​ຈີນ

2021-01-21 10:56:32 CRI

ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ອີງ​ຕາມ​ສະ​ຖິ​ຕິ​ທີ່​ບໍ່ທັນ​ຄົບ​ຖ້ວນ, ມາ​ຮອດ​ປະ​ຈຸ​ບັນ​ໄດ້​ມີ 40 ກວ່າ​ປະ​ເທດ​ໄດ້​ແຈ້ງ​ຈຸດ​ປະ​ສົງ​ຢາກນຳ​ເຂົ້າ​ວັກ​ຊີນ​​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຈາກຈີນ. ເຊື່ອ​ວ່າ​ຄຽງ​ຄູ່​ກັບ​ກຳ​ລັງ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈີນ​ຈະ​​ມີ​ຄວາມ​ສາ​ມາດ​ເພີ່ມວັກ​ຊີນ​ໃຫ້​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ​ເທື່ອ​ລະ​ກ້າວ.

 

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຫຼາຍ​ປະ​ເທດ​ໄດ້​ປະ​ກາດ​ວ່າ​ໄດ້​ຮັບ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຂອງ​ຈີນແລ້ວ, ຜູ້​ນຳຫຼາຍ​ປະ​ເທດ​ຍັງ​ໄດ້​ສັກ​ວັກ​ຊີນ​ຂອງ​ຈີນ​ຢ່າງ​ເປີດ​ເຜີຍ. ໃນ​ເວ​ລາ​ແນະ​ນຳ​​ແຜນ​ການ​ຂອງ​ຈີນ​ຕໍ່​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ, ຈີນ​ມີ​ຈຸດ​ຢືນ​ຕະຫຼອດ​ມາ​ວ່າ, ເຊື້ອ​ພະ​ຍາດ​ບໍ່​ມີ​ພົມ​ແດນ, ມວນ​ມະ​ນຸດ​ມີ​ຊາ​ຕາ​ກຳ​ຮ່ວມ​ກັນ, ​ຄວາມ​ສາ​ມັກ​ຄີ ແລະ​​ການຮ່ວມ​ມື​ກັນ​ຈຶ່ງ​ແມ່ນ​ອາ​ວຸດ​ທີ່​ເຂັ້​ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ພະ​ຍາດ, ນີ້​ກໍ​ແມ່ນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປ​ະ​ຊາ​ຄົມ​ໂລກ.

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ຕື່ມ​ວ່າ, ຈີນ​ໄດ້​ເຂົ້າ​ຮ່ວມ “ແຜນ​​ດຳ​ເນີນ​ງານວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19” ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ສະ​ໜັບ​ສະ​ໜູນ​ກຸ່ມG20ໃຫ້ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ, ສະ​ໜັບ​ສະ​ໜູນ​ການ​ແບ່ງ​ປັນ​ວັກ​ຊີນ​ໃນ​ທົ່ວ​ໂລກ​ຢ່າງ​ຍຸດ​ຕິ​ທຳ​ໂດຍ​ຜ່ານ​ຮູບ​​ການ​ຮ່ວມ​ມືຫຼາຍ​ຝ່າຍ. ຈີນ​ຄອງ​ຄອຍ​ຝ່າຍ​ຕ່າງໆ​ໃຊ້​ການ​ກະ​ທຳ​ຕົວ​ຈິງ, ສະ​ໜອງວັກ​ຊີນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ, ຊຸກ​ຍູ້​ການ​ແບ່ງ​ປັນ ແລະ ນຳ​ໃຊ້​ວັກ​ຊີນ​ໃນ​ທົ່ວ​ໂລກ​ຢ່າງ​ຍຸດ​ຕິ​ທຳ, ປະ​ກອ​ບ​ສ່ວນ​​ໃນ​ການ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ.

ຄຳ​ເຫັນ

0