黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-01-21 15:59:30 cri

ພະ​ຍາດ​ໂຄວິດ-19 ​ໄດ້ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ສົ່ງ​ຜົນ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ໜັກ​ໜ່ວງ, ແຕ່​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ພັດ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ບາດການ​ກ້າວ​ແລກ​ປ່ຽນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້. ວັນ​ທີ 11 ຫາ​ວັນ​ທີ 16 ມັງ​ກອນ​ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່​ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສີ່​ປະ​ເທດ​ອາ​ຊຽນ​ຄື: ມຽນ​ມາ, ອິນ​ໂດ​ເນ​ເຊຍ, ​ບ​ຣູ​ໄນ​ແລະ​ຟີ​ລິບ​ປີນ. ເມື່ອ​ເດືອນ​ຕຸ​ລາ​ປີ 2020, ທ່ານ​ຫວາງ​ຢີ້​ກໍ​ເຄີຍ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ, ມາ​ເລ​ເຊຍ, ລາວ, ໄທ​ແລະ​ໄດ້​ແວ່​ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ, ນອກ​ຈາກ​ນັ້ນ, ທ່ານ​ຫວາ​ງ​ຢີ້​ຍັງ​ໄດ້​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຢູ່​ຈີນ. ​ສະ​ນັ້ນ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ: ໃນ​ໄລ​ຍະ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ພວມ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ, ຈີນ​ໄດ້​​ມີການ​ແລກ​ປ່ຽນ​ທາງ​ການ​ທູດ​ກັບ 10 ປະ​ເທດ​ອາ​ຊຽນ​ຢ່າງ​ຄົບ​ຖ້ວນ, ນີ້ສະ​ແດງ​ໃຫ້​ເຫັນ​ເຖິງ​​ຄວາມ​ສຳ​ຄັນ​ຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີ​ຕໍ່​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ຖາ​ນະ​ເປັນປະ​ເທດ​ອ້ອມ​ຂ້າງ​​ຈີນ.

ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ, ວັກ​ຊີນ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ສຳ​ຄັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຈີນ​ໄດ້​ລິ​ເລີ່ມ​ດຳ​ເນີນ​ການ​ຮ່ວມ​ມືສາ​ກົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ຫາ​ກໍ່​ແຜ່​ລະ​ບາດ, ແລະ​​ໄດ້​ນຳ​ໜ້າ​ໝູ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າ​ຈະ​ຖື​ເອົາ​ວັກ​ຊີນ​​ຂອງ​ຈີນເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊ່ວຍ​ເຫຼືອປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້ສາ​ມາດ​ຈັດ​ຊື້​ແລະ​ນຳ​ໃຊ້​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ໄດ້. ວັກ​ຊີນ​ທີ່​ຈີ​ນ​ຜະ​ລິດ​ນັ້ນ​ເປັນ​ທີ່ຍອມ​ຮັບໃນ​ລະ​ດັບ​ສູງ ​ຈາກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ​ໃນ​ໄລ​ຍະ​ທີ່​ທ່ານ​ຫວາງ​ຢີ້​ຢ້ຽມ​ຢາມ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ໂຈ​ໂກ ວິ​ໂດ​ໂດ, ປະທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ, ​ນີ້ໄດ້​ເປັນແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ລະ​ຫວ່າງຈີນ-ອາ​ຊຽນ. ທ່ານ​ຫວາງ​ຢີ້​ມີ​ຄວາມ​ເຫັນ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ, ຈະ​ໃຫ້​ການສະ​ໜັບ​ສະ​ໜູນ​ອິນ​ໂດ​ເນ​ເຊຍ​ເປັນ​ຖານ​ການ​ຜະ​ລິດ​ວັກ​ຊີນ​ຢູ່​ພາກ​ພື້ນ​​ແຫ່ງ​ນີ້ບົນ​ພື້ນ​ຖານ​​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທາງ​ຄ​ລິ​ນິກໄລ​ຍະ 3 ​ໃຫ້​ສຳ​ເລັດ​ຜົນ​ຢູ່​ອິນ​ໂດ​ເນ​ເຊຍ. ນອກ​ຈາກ​ນັ້ນ, ຈີນ​ຍັງ​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ແກ່​ມຽນ​ມາ​ແລະ​ຟີ​ລິບ​ປີນ.

ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ເສດ​ຖະ​ກິດ​ໂລກ​ກໍ​ຕາມ, ແຕ່​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ກໍ​ໄດ້​ພັດ​ທະ​ນາ​​ກ້າວ​ໄປ​ໜ້າ, ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ​ທີ່​ສຸດ. ຢູ່​ມຽນ​ມາ, ຈີນ​ແລະ​ມຽນ​ມາ​ເຫັນ​ດີ​ໃຫ້​ເລັ່ງ​ລັດ​​ການ​ຈັດ​ຕັ້ງປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ແລວ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ໂດຍ​ໄວ, ເຮັດ​ໃຫ້​ແລວເສດ​ຖະ​ກິດ​ຈີນ-ມຽນ​ມາ​ໃນ​ຖາ​ນະ​ເປັນ​ໂຄງ​ການ​ຮ່ວມ​ມື​ຕົ້ນ​ຕໍ​ຂອງ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ສອງ​ຝ່າຍ​ສາ​ມາດ​ຊ່ວຍ​ເຫຼືອ​ມຽນ​ມາ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ມຽນ​ມາ​ໄດ້ໂດຍ​ໄວ. ຢູ່​ອິນ​ໂດ​ເນ​ເຊຍ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ຕັ້ງ​ໜ້າ​ເຮັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ສູນ​ກາງ​ມະ​ຫາ​ສະ​ໝຸດ​ໂລກ. ຢູ່​ຟີ​ລິບ​ປີນ, ສອງ​ຝ່າຍ​ເຫັນ​ດີ​ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບແຜນ​​ຍຸດ​ທະ​ສາດ “ການ​ກໍ່​ສ້າງ​ທີ່​ຍິ່ງ​ໃຫຍ່”, ໃນ​ນັ້ນ, ໂຄງ​ການ​ສຳ​ຄັນ​ທີ່​ໄດ້​ສ້າງສຳ​ເລັດ​ມີ 11 ໂຄງ​ການ​ແລ້ວ, ຍັງ​ມີ 10 ກວ່າ​ໂຄງ​ການ​ພວມ​​ເອົາ​ໃຈ​ໃສ່​ຈັດ​ຕັ້ງປະ​ຕິ​ບັດ​ຢູ່​ຫຼື​ວ່າ​ກຽມ​​ລົງ​ມື​ປະ​ຕິ​ບັດ. ຄວາມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ.

ປີ 2021 ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ຊຽນ​ສ້າງ​​ຕັ້ງສາຍ​ພົ​ວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່, ທັງ​ໄດ້​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​ໃໝ່. ການ​ພົວ​ພັນ​ຈີນ-ອາ​ຊຽນ​ທີ່​ກ້າວ​ເຂົ້າ​ສູ່​ປີ​ທີ່ 30 ​ຈະ​ສຸກ​ງອມກວ່າ​ເກົ່າ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍກວ່າ​ເກົ່າ, ​ບາດ​ກ້າວ​ເດີນ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ຈະ​ໝັ້ນ​ທ່ຽງ​ກວ່າ​ເກົ່າ​ແລະ​ມີ​ພະ​ລັງ​ແຮງ​ຫຼາຍກວ່​ເກົ່າ, ​ເຊິ່ງ​ຈະ​ກາຍ​ເປັນແບບ​ຢ່າງ​ໃຫ້​ແກ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0