劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ ໄບ​ເດັນ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທາ​ນ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2021-01-21 11:08:53 cri

ທ່ານ​ໂຈ ໄບ​ເດັນ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທາ​ນ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ_fororder_微信圖片_20210121144039

ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ໂຈ ໄບ​ເດັນ ຜູ້ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່, ສະ​ມາ​ຊິກ​ພັກເດໂມເຄຣັດໄດ້​ສາ​ບານ​ຕົນ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຜູ້ທີ 46 ຢູ່​ນະ​ຄອນຫຼວງວໍ​ຊິນ​ຕັນ.

ໃນ​ພິ​ທີ​​ຂຶ້ນ​ຮັບ​ຕຳ​ແໜ່ງ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ຄານ​ລັດ​ຖະ​ສະ​ພາ, ທ່ານ​ໂຈ ໄບ​ເດັນ ອາ​ຍຸ 78 ປີ​ໄດ້​ສາ​ບານ​ຕົນ​ຢ່າງ​ສຳ​ເລັດ​ຜົນໂດຍ​ມີ​ທ່ານ​ໂຣ​ເບີດ ຫົວ​ໜ້າຜູ້​ພິ​ພາກ​ສາ​ຂອງ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເປັນ​ຜູ້​ປະ​ກອບ​ພິ​ທີ​ໃຫ້.

ທ່ານ​ໂຈ ໄບ​ເດັນ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທາ​ນ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ_fororder_微信圖片_20210121144046

ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ເຫດ​ການ​ຄວາມ​ຮຸນ​ແຮງ, ຈຳ​ນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ແລະ​ເຂົ້າ​ຊົມ​ພິ​ທີ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ, ​ພິ​ທີ​ທາງ​ການ​ທີ່​ເປັນມູນ​ເຊື້ອຫຼາຍ​ຢ່າງ​ ເປັນ​ຕົ້ນ​ການ​ແຫ່​ຂະ​ບວນ​ເພື່ອ​ສະ​ເຫຼີມ​ສະຫຼອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ກໍ​ໄດ້​​ຈັດ​ຂຶ້ນ​ຜ່ານ​ທາງ​ອິນ​ເຕີ​ເນັດຫຼື​​ບາງ​ອັນ​ໄດ້​ຖືກຍົກ​ເລີກ. ໃນ​ມື້​ດຽວ​ກັນ, ​ຢູ່ວໍ​ຊິນ​ຕັນ​​ໄດ້​ມີ​ການປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ, ​ທຳ​ນຽບ 5 ແຈ​ໄດ້​ສົ່ງ​ກອງ​ທະ​ຫານ​ປ້ອງ​ກັນ​ດິນ​ແດນແຫ່ງ​ຊ​າດ​ຈຳ​ນວນ 25.000 ຄົນ​ມາ​ປ້ອງ​ກັນເພື່ອ​ຄວາມ​ສະ​ຫງົບ​ປອດ​ໄພ. ລັດ​ຕ່າງໆ​ຂອງອາ​ເມ​ຣິກ​າ​ກໍ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ເຫດ​ການ​ຄວາມ​ຮຸນ​ແຮງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ເຊັ່ນ​ກັນ.

ຄຳ​ເຫັນ

0