吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະຍາດ​ໂຄ​ວິ​ດ-19 ຈະ​ເຮັດ​ໃຫ້​ປະຊາຊົນ 2 ຕື້​ຄົນ​ຢູ່​​​ເຂດ​ອາຊີ​-ປາຊີ​ຟິກຂາດ​ທາດ​ບຳລຸງ​ຫຼາຍ​ກວ່າ​ເກົ່າ

2021-01-21 16:51:10 cri

ວັນ​ທີ 20 ມັງກອນນີ້, ​ອົງການ​ອາຫານ ​ແລະ​ການ​ກະ​ເສດ, ກອງ​ທຶນ​ເດັກນ້ອຍ, ອົງການແຜນການທັນ​ຍາຫານ​ໂລກ ​ແລະ​ອົງການ​ທະນາ​ໄມ​ໂລກຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້ຮ່ວມ​ກັນ​ອອກ​ບົດ​ລາຍ​ງານ​​ ເຊິ່ງ​ໄດ້​ລະບຸ​ວ່າ: ຜົນ​ກະທົບ​ດ້ານ​ເສດຖະກິດ​ທີ່​ເກີດ​ມາ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ອາດ​ຈະທຳລາຍ​ຄວາມ​ພະຍາຍາມ​ໃນ​ການ​ປັບປຸງ​ອາຫານການ​ກິນ ​ແລະທາດ​ບຳລຸງ​ຢູ່​ເຂດ​ອາຊີ-ປາ​ຊີ​ຟິກ​ໃຫ້​ດີ​ຂຶ້ນ.

ບົດ​ລາຍ​ງານ​ເຫັນ​ວ່າ: ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຢູ່​ເຂດ​ອາຊີ-ປາຊີ​ຟິກມີ​ປະຊາຊົນ​ເກືອບ 2 ຕື້​ຄົນ​ຂາດ​ທາດ​ບຳລຸງຢູ່​ແລ້ວ, ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຂຶ້ນ​ຕື່ມຕໍ່​ເສດຖະກິດ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເນື່ອງ​ຈາກ​ລາຄາ​ໝາກ​​ໄມ້, ຜັກ ​ແລະ​ຜະລິດ​ຕະພັນ​ນົມ​ສູງ​ຂຶ້ນ ​ເຮັດ​ໃຫ້​ຜູ້​ທຸກ​ຍາກ​ຢູ່​ເຂດ​ອາຊີ-ປາຊີ​ຟິກບໍ່​ສາມາດ​ຊື້​ອາຫານ​ທີ່​ມີທາດ​ບຳລຸງ​ໄດ້.

ບົດ​ລາຍ​ງານ​ຍັງຮຽກຮ້ອງ​ໃຫ້​​ພາກ​ພື້ນ​ອາຊີ-ປາຊີ​ຟິກຈົ່ງ​ພາກັນຊຸກຍູ້​ການ​ຫັນປ່ຽນ​ລະບົບ​ທັນ​ຍາ​ຫານ, ​ເພີ່ມ​ການ​ສະໜອງ ​ແລະ​ສົ່ງ​ເສີມ​ຄອບຄົວ​​ໃຫ້​ມີ​ຄວາມ​ສາມາດ​ໄດ້​ຮັບອາຫານ​ທີ່​ມີ​ທາດ​ບຳລຸງ, ປອດ​ໄພ ​ແລະ​ຍືນ​ຍົງ.

ຄຳ​ເຫັນ

0