覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ປະ​ຊາ​ຊົນຫຼາຍກວ່າ 15 ລ້ານ​ເທື່ອ​ຄົນ​ແລ້ວ

2021-01-21 10:21:59 cri

 ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກົນ​ໄກ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19​ຂອງລັດ​ຖະ​ບານ​ຈີນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ຫວາງ​ປິ່ນ ເຈົ້າ​ໜ້າ​ທີ່ກວດ​ກາ​ຂອງ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ​​ຂອງຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັ​ນ, ທົ່ວ​ປະ​ເທດ​ຈີນ​ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ປະ​ຊາ​ຊົນ​ໄດ້ຫຼາຍກວ່າ 15 ລ້ານ​ເທື່ອ​ຄົນ​ແລ້ວ.
 

ທ່ານ​ຫວາງ​ປິ່ນ​ກ່າວວ່າ: ປັດ​ຈຸ​ບັນ, ຈີນ​ໄດ້​ຊຸກ​ຍູ້​ການ​ປະ​ຕິ​ບັດ​ວຽກ​ງານ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດໂຄວິດ-19​ຢ່າງ​ໜັກ​ແໜ້ນ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ວຽກ​ງານ​ຈຸດ​ສຸມ​​ທີ່​ເປັນ​ບູ​ລິ​ມະ​ສິດໃນ​ປັດ​ຈຸ​ບັນ​ຄື​ ການ​ສັກ​ວັກ​ຊີນ​ໃຫ້​ກຸ່ມ​ຄົນ​ເປົ້າ​ໝາຍ​​ຕົ້ນ​ຕໍ​ຈຳ​ນວນ​ໜຶ່ງ​ເຊັ່ນ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ຢູ່​ດ່ານ​ຊາຍ​ແດນ, ຜູ້​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ​ສາ​ກົນ​ແລະ​ພາຍ​ໃນ​ປະ​ເທດ, ຜູ້​ປະ​ຕິ​ບັດ​ວຽກ​ງານ​ສະ​ເພາະ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວຂອງ​ສັງ​ຄົມໃຫ້​ໄດ້​ຂັ້ນ​ພື້ນ​ຖານ ກໍ​ຄື ກຸ່ມ​ຄົນ​ທີ່​ໃຫ້​ ບໍ​ລິ​ການ​ສາ​ທາ​ລະ​ນະ​ທາງ​ສັງ​ຄົມ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ຄົນ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ແລ້ວມີຫຼາຍກວ່າ 15 ລ້ານ​ເທື່ອ​ຄົນ​.
 

 ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ໝີ້ເຟິ່ງ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ແຈ້ງ​ສະ​ພາບ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ຈີນວ່າ:
 

“ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ອູ​ຮັ້ນ​ໃນ​ວັນ​ທີ 14 ມັງ​ກອນ​ນີ້, ປັດ​ຈຸ​ບັນ ກຳ​ລັງ​ຢູ່​ໃນ​ໄລ​ຍະ​ເວ​ລາ​ກັກ​ບໍ​ລິ​ເວນ​ຢູ່, ໃນ​ໄລ​ຍະ​ນີ້, ຜູ້​ຊ່ຽວ​ຊານ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວີ​ດີ​ໂອຫຼາຍ​ຄັ້ງ​ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ແລະ​ຕົກ​ລົງ​ແຜນ​ປະ​ຕິ​ບັດ​ງານ. ສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ວຽກ​ງານ​ສືບ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ແຜນ​ການ​ທີ່​ໄດ້​ຕົກ​ລົງ​ກັນ​ໃນ​ເດືອນ​ກໍ​ລະ​ກົດ​ປີ2020. ”

ຄຳ​ເຫັນ

0