吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ສົນທະນາ “ວາລະ​ດາວ​ອສ” ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​​ໂລກ

2021-01-21 16:50:10 cri

ວັນ​ທີ 19 ມັງກອນ​ນີ້, ​ໃນກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທ່ານ​ນາງ​ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ​ໃນ​ເດືອນມັງກອນ​ປີ 2017, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດຈີນ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​​ເສດຖະກິດ​ໂລກ​ເປັນ​ຄັ້ງ​ທຳ​ອິດ ​ແລະ​ກ່າວ​ຄຳ​ປາ​ໄສ​ພາຍ​ໃຕ້ຫົວ​ຂໍ້ “ຮ່ວມ​ກັບ​ແບກ​ຫາບ​ໜ້າ​ທີ່​ຄວາມຮັບຜິ​ດຊອບຂອງ​ຍຸກ​ສະ​ໄໝ ​ແລະ​ຮ່ວມ​ກັນຊຸກ​ຍູ້​ການ​ພັດທະນາ​ຂອງ​ໂລກ​ຮ່ວມ​ກັນ” ​ໃນ​ພິທີ​ເປີດ ​ທ່ານ​ໄດ້​ອະທິບາຍ​ທັດສະນະ ​ແລະ​ຈຸດ​ຢືນຂອງ​ຈີນ​ກ່ຽວ​ກັບ​ເສດຖະກິດ​ໂລກາ​ພິວັດ ​​ແລະ​ໄດ້​ສົ່ງ​ສັນຍານທີ່​ເຂັ້ມ​ແຂງ​ຂອງຍຸກ​ໃນ​ການ​ສະໜັບສະ​ໜູນ​ເສດຖະກິດ​ໂລກາ​ພິວັດ, ​ເຊິ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ຈາກ​ປະຊາ​ຄົມ​ໂລກ.

​ໃນ​ປັດຈຸບັນ, ປະຊາຄົມ​ໂລກທົ່ວ​​ໄປ​ເຫັນ​ວ່າ: ສະພາບ​ການ​ໃນ​ປັດຈຸບັນນີ້​ຄ້າຍຄືກັນ​ກັບ​ສະພາບ​ການ​ໃນ​ຕົ້ນ​ປີ 2017, ພະຍາດ​ໂຄ​ວິດ​-19 ຍັງ​ແຜ່​ລະບາດ​ໃນ​ທົ່ວ​ໂລກ​ຢູ່, ​ເສດຖະກິດ​ໂລກ​​ຊຸດໂຊມ​ລົງ​ຢ່າງ​ໜັກໜ່ວງ, ມີ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ໂລກ​ເກີດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປຊຸມ​ສົນທະນາ “ວາລະ​ການ​ດາວ​ອສ” ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ. ພວກຂ້າພະ​ເຈົ້າ​ມີ​ຄວາມ​ຫວັງ ​ແລະ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ສົນທະນາຄັ້ງ​ນີ້​ຈະ​ຊ່ວຍ​​ເຕົ້າ​ໂຮມ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນໃນ​ທົ່ວ​ໂລກ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ຄືນ​ໃໝ່, ຟື້ນ​ຟູ​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ, ​ເຕົ້າ​ໂຮມ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຝ່າຍ​ຕ່າງໆ​ຢ່າງ​ກວ້າງຂວາງ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາຂອງ​ໂລກ​ຢ່າງ​ຮີບ​ດ່ວນ​ທີ່​ປະຊາ​ຄົມ​ໂລກ​ພວມ​ຜະ​ເຊີນ​ຢູ່.

ຄຳ​ເຫັນ

0