劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ອາ​ເມ​ຣິ​ກາກັບ​ຈີນ​ສາ​ມາດ​ໄປ​ຕາມ​ທິດ​ທາງ​ທີ່​ຄື​ກັນ

2021-01-21 14:40:10 cri

 

ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ເຖິງວ່າ​ຈີນ​ແລະ​ອາ​ເມ​ຣິ​ກາ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກໍ​ຕາມ, ແຕ່ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ແລະ​ຊ່ອງ​ທາງ​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງ, ຫວັງ​ວ່າ​ລັດ​ຖະ​ບານ​ຊຸດໃໝ່​ຂອງອາ​ເມ​ຣິ​​​ກາ​ກັບ​ຈີນ​ຈະ​ສາ​ມາດ​ໄປ​ຕາມ​ທິດ​ທາງ​ທີ່​ຄື​ກັນ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ທ່ານKurt Campbell ເກີດ ກາມ​ເບວ ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້​ປະ​ສານ​ງານ​ພາກ​ພື້ນອິນ​ເດຍ​ແລະ​ປາ​ຊີ​ຝິກ​ຂອງຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຖ້າ​ວ່າການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄປ​ຕາມ​ເສັ້ນ​ທາງ​ປັດ​ຈຸ​ບັນ, ກໍ​ຈະ​ເຂົ້າ​ສູ່​ສະ​ພາບ​ການ​ອັນ​ຕະ​ລາຍຫຼາຍ. ສອງ​ຝ່າຍ​ຄວນ​ຢຸດ​ຕິ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ສ້າງ​ຊ່ອງ​ທາງ​ແລະ​ກົນ​ໄກ​ພົວ​ພັນ​ທີ່​ເໝາະ​ສົມ ແລະ​ໃຊ້​ການ​ກະ​ທຳ​ທີ່​ອ່ອນ​ໂຍນ​ຈຳ​ນວນ​ໜຶ່ງ ເພື່ອ​ສົ່ງ​ສັນ​ຍາ​ຕັ້ງ​ໜ້າ​ໃຫ້​ແກ່​ຈີນ ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ.

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ໄດ້​ຊີ້​ໃຫ້​ເຫັນ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງວ່າ: ຈີນ​ເຫັນ​ມາ​ໂດຍ​ຕະຫຼອດ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ທີ່​ດີ​ງາມ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ທັງ​ແມ່ນ​ຄວາມ​ຄອງ​ຄອຍ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ. ເຖິງວ່າຈີນ​ແລະ​ອາ​ເມ​ຣິ​ກາ​​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກໍ​ຕາມ, ແຕ່​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ແລະ​ຊ່ອງ​ທາງ​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງ ແລະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0