吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳ​ສະຫະພາບ​ເອີຣົບຫວັງ​ຢາກ​ສ້າງສາ​ຍພົວພັນ​ຂ້າມ​ມະຫາ​ສະໜຸດອັດ​ລັງຕິກ​ຄືນ​ໃໝ່

2021-01-21 16:50:37 cri

ວັນ​ທີ 20 ມັງກອນ​ນີ້, ທ່ານຊາຣົ ມີ​ແຊນ ປະທານ​ສະພາ​ມົນຕີ​ສະຫະພາບ​ເອີຣົບກ່າວ​ວ່າ: ​ເມື່ອທ່ານ​​​ໂຈ ​ໄບ​ເດັນ​ຂຶ້ນ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອາ​ເມຣິກາ​​ແລ້ວ​ກໍຈະ​ສ້າງ​ໂອກາດ​ໃຫ້​ແກ່ການ​ຟື້ນ​ຟູ​ສາຍ​ພົວພັນ​ຂ້າມມະຫາ​ສະໜຸດອັດ​ລັງ​ຕິກ​ຄືນ​ໃໝ່, ​ແຕ່​ຂໍ້​ຂັດ​ແ​ຍ້ງຫຼາຍ​ຢ່າງລະຫວ່າງ​ເອີຣົບ ​ແລະ​ອາ​ເມຣິກາ​ຈະບໍ່ໝົດສິ້ນ​ໄປ, ສະຫະພາບ​ເອີຣົບຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ກວ່າ​ເກົ່າ​ໃນ​ເວທີ​ສາກົນ ​ແລະ​ເພີ່ມທະວີ​ຄວາ​ມ​ເປັນ​ເຈົ້າຕົນ​ເອງທາງ​ຍຸ​ດທະສາດ​ຕື່ມອີກ.

ທ່ານ​ຍັງກ່າວ​ຕື່ມ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ​​ສະພາບ​ການ​ຂອງໂລກ​ນັບ​ມື້​ນັບ​ສັບສົນ, ບໍ່​ໝັ້ນຄົງ ​ແລະ​ຍາກ​ທີ່ຈະ​ຄາດ​ຄະ​ເນ​ໄດ້, ສະ​ນັ້ນ ປະຊາຊົນ​ເອີຣົບຍິ່ງຕ້ອງ​ກຳ​ຊາຕາກຳ​ຂອງ​ຕົນ​ໃຫ້​ແໜ້ນ​ໜຽວ, ມີ​ຄວາມ​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຄວາມໝັ້ນຄົງ, ຮ່ວມມື​ກັບ​ຄູ່ຮ່ວມ​ມື​ທີ່​ເຂັ້ມ​ແຂງ ​ແລະ​ມີ​ຄວາ​ມໜ້າ​ເຊື່ອ​ຖື.

ທ່ານ​​ມີ​​ແຊນ​ໄດ້ສະ​ເໜີ​​ໃນ​ມື້​ດຽວ​ກັນວ່າ: ​ເອີຣົບ ​ແລະ​ອາ​ເມຣິກາຄວນເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ 5 ຂົງ​ເຂດ, ​ເຊັ່ນ: ຊຸກຍູ້​ການ​ຮ່ວມ​ມືຕາມລັດທິ​ຫຼາຍ​ຝ່າຍ, ຮ່ວມ​ກັນຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ຮ່ວມ​ກັນ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ​ແລະ​ອື່ນໆ.

​ໃນ​ມື້​ດຽວ​ກັນ, ທ່ານ​​ເອຊູ​ລາ ວອນ​ເດີ ​ເລ​ເຢັນ ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີຣົບ​ໄດ້​ກ່າວ​ຄຳ​ປາ​ໄສຕໍ່​ສະພາ​ເອີຣົບວ່າ: ສະຫະພາບ​ເອີຣົບ​ໄດ້​ກຽມພ້ອມ​ແລ້ວ​ທີ່​ຈະ​ສ້າງສາ​ຍພົວພັນ​ກັບ​ອາ​ເມຣິກາ​ຄືນ​ໃໝ່, ​ແຕ່​ໃນ​ຂະນະ​ດຽວ​ກັນ, ​ສະຫະພາບເອີຣົບກໍຄວນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: ​ສາຍ​ພົວພັນ​ເອີຣົບ-ອາ​ເມຣິກາ​ໃນ​ປັດຈຸບັນ​ນີ້ຍັງ​ມີສິ່ງ​ທ້າ​ທາຍ​ທີ່​ຜະ​ເຊີນຢູ່.

ຄຳ​ເຫັນ

0