何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່ໄມ ​ພົມ​ເພວ ແລະ ບຸກ​ຄົນ​ອື່ນໆ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​​ທີ່ໄດ້​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຢ່າງ​ໜັກ​ໜ່ວງ​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ

2021-01-21 14:18:06 CRI

ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ທີ່​ເຜີຍ​ແ​ຜ່​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 21 ມັງ​ກອນ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ວ່າ, ຈີນ​ຈະ​ໃຊ້ ມາດ​ຕະ​ການ​ຂວ້ຳ​ບາດຕໍ່ 28 ຄົນ ເຊິ່ງ​ລວມ​ທັງ ໄມ​ ພົມ​ເພວ ແລະ ບຸກ​ຄົນ​ອື່ນໆ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​​ທີ່​ໄດ້​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຢ່າງ​ໜັກ​ໜ່ວງ​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ.

 

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ້​ອອກວ່າ, ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ນັກ​ການ​ເມືອງຕ້ານ​ຈີນ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ຍ້ອນ​ມີ​ຜົນ​ປະ​ໂຫຍດການ​ເມືອງ​ສ່ວນ​ຕົວ ແລະ ​ມີຄວາມ​ເຫັນທີ່​ອະ​ຄະ​ຕິ​ຕໍ່​ຈີນ, ​ໂດຍບໍ່​ເອົາ​ຫົວ​ຊາ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ປະ​ຊ​າ​ຊົນ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ, ​ໄດ້ວາງ​ແຜນ ແລະ ຊຸກ​ຍູ້​ການ​ໃຊ້​ການ​ກະ​ທຳ​ທີ່​ບ້ວງ​ບ້າ​ຕ່າງໆ, ເຊິ່ງ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ທຳ​ລາຍ​ຜົນປະ​ໂຫຍດ​ຂອງ​ຈີນ ແລະ​ທຳ​ລາຍ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງໜັກ​ໜ່ວງ, ​ທັງ​ໄດ້​​ທຳ​ລາຍການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຢ່າງ​ຮ້າຍ​ແຮງ. ​ລັດ​ຖະ​ບານ​ຈີນ​ຈຶ່ງ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ເພື່ອ​ປົກ​ປ້ອງຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ​ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດຕົນ.

 

ຈີນ​ຕົກ​ລົງ​ໃຊ້ ມາດ​ຕະ​ການ​ຂວ້ຳ​ບາດຕໍ່ 28 ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​​ທີ່​ໄດ້ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຢ່າງ​ໜັກ​ໜ່ວງ​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ, ເຊິ່ງ​ລວມ​ທັງ​ທ່ານ​ໄມ ພົມ​ເພວ, ປີ​ເຕີ ນາ​ວາ​ໂຣ, ໂຣ​ເ​ບີດ ໂອ​​ໄບ​ຣາ​ອນ, ສະ​ເຕ​ເຟັນ ​ແບນນອນ ແລະ​ຄົນ​ອື່ນໆ​ໃນ​ລັດ​ຖະ​ບານ​ທ​ຣຳ. ຄົນ​ເຫຼົ່າ​ນີ້ ແລະ ຄອບ​ຄົວ​​ຂອງ​ເຂົາ​ເຈົ້າໄດ້​ຖືກ​ຫ້າມ​ເຂົ້າ​ສູ່​ແຜ່ນ​ດິນ​ໃຫຍ່​ຈີນ, ເຂດ​ຮົງ​ກົງ ແລະ ເຂດ​ມາ​ກາວ​ຂອງ​ຈີນ, ເຂົາ​ເຈົ້າ ​ພ້ອມ​ດ້ວຍ ວິ​ສາ​ຫະ​ກິດ​ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ກໍ​ໄດ້​ຖືກ​ຈຳ​ກັດ​ໃນ​ການ​ຄົບ​ຄ້າ ແລະ ເຮັດ​ທຸ​ລະ​ກິດ​ກັບ​ຈີນ.

ຄຳ​ເຫັນ

0