劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ຍິນ​ດີ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຄູ່​ການ​ຄ້າຫຼາຍກວ່າ​ເກົ່າ

2021-01-22 14:40:56 cri

 

ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນວັນ​ທີ 21 ມັງ​ກອນ​ນີ້. ທ່ານ​ກ່າວ​ເຟີ່ງ ໂຄ​ສົກກະ​ຊວງ​ກາ​ນ​ຄ້າ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ຈີນ​ຍິນ​ດີ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຄູ່​ການ​ຄ້າຫຼາຍກວ່າ​ເກົ່າ ເຊິ່ງ​ລວມ​ທັງ​ການ​ເອົ​າ​ໃຈ​ໃສ່​ພິ​ຈາ​ລະ​ນາ​ ເພື່ອ​ເຂົ້າ​ຮ່ວມ “ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າ​ປາ​ຊີ​ຟິກຮອບ​ດ້ານ​ແລະ​ກ້າວ​ໜ້າ” ຫຼື CPTPP .

ໃນ​ປີ 2020, ມີ​ປະ​ເທດ​ສະ​ມາ​ຊິກ 15 ປະ​ເທດ​ເຊິ່ງ​ລວມ​ທັງ​ປະ​ເທດ​ຈີນ​ ໄດ້​ເຊັນ “ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​​ຂອງ​ພາກ​ພື້ນ” ຫຼື RCEP ຢ່າງ​ເປັນ​ທາງ​ການ ແລະ​​ໄດ້ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ລົງ​ທຶນ​ຈີນ-ເອີ​ຣົບ​ຢ່າງ​ສະ​ດວກ​ໃນ​ທ້າຍ​ປີ 2020. ເມື່ອ​ເວົ້າ​ເຖິງ​ແຜນ​ການ​ຂອງ​ຈີນ​ໃນ​ການ​ພັດ​ທະ​ນາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃນ​ບາດ​ກ້າວ​ຕໍ່​ໄປ, ​ທ່ານ​ກ່າວ​ເຟີ່ງ​ກ່າວ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຈະ​ຂະ​ຫຍາຍ​ຂອບ​ເຂດ​ເຄືອ​ຂ່າຍ​ຂອງ​ການ​ຄ້າ​ເສ​ລີ​ຕື່ມ​ອີກ. ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຄູ່​ການ​ຄ້າຫຼາຍກວ່າ​ເກົ່າ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ລົງ​ທຶນ​​ແລະການ​ຄ້າ​ເປັນ​ເສ​ລີ​ແລະ​ມີ​ຄວາມ​ສະ​ດວກ. ນອກ​ຈາກ​ນີ້​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສຸມ​ໃສ່​ການ​ຍົກ​​ລະ​ດັບ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ກົດ​ລະ​ບຽບ​ການ​ຄ້າ​ເສ​ລີ​ທີ່​ສາ​ມາດ​ເຊື່ອມ​ຈອດ​ກັບ​ກົດ​ລະ​ບຽບ​ສາ​ກົນ ທັງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງການ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ​ຂອງ​ຕົນ ເພື່ອ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ.”

ທ່ານ​ກ່າວ​ເຟີ່ງ​ກ່າວ​ຕື່ມ​ວ່າ: ໃນ​ຂົງ​ເຂດ​ການ​ຄ້າສິນ​ຄ້າ, ຈີນ​ຈະ​ຍົກ​ສູງ​ອັດ​ຕາ​ປອດ​ພາ​ສີ​ໃນ​ດ້ານ​ການ​ຄ້າ​ສິນ​ຄ້າ​ຕື່ມ​ອີກ, ໃນ​ຂົງ​ເຂດ​ການ​ບໍ​ລິ​ການ​ແລະ​ການ​ລົງ​ທຶນ, ຈະເປີດກວ້າງ​ການ​ຄ້າ​ການ​ບໍ​ລິ​ການ​ແລະ​ການ​ລົງ​ທຶນ​ດ້ວຍ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ເຖິງ​ຕະຫຼາດ, ໃນ​ດ້ານ​ຫົວ​ຂໍ້​ໃໝ່, ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​​ກ່ຽວ​ກັບກົດ​ລະ​ບຽບ​ໃໝ່​ດ້ານເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ​ອື່ນໆ.

ຄຳ​ເຫັນ

0