覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແລະການ​ສະ​ໜັບ​ສະ​ໜູນ​ອາ​ເມ​ຣິ​ກາ​ຕ້ານ​ກັບ​ພະ​ຍາດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ

2021-01-22 10:32:45 cri

 ກ່ຽວ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ, ທ່ານ​ນາງ​ຮ​ວ້າຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ມາຫຼາຍ​ເທື່ອ​ແລ້ວ​ວ່າ ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັນ​ເປັນ​ອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ພະ​ຍາດ. ຈີນ​ຍິນ​ດີ​ສືບ​ຕໍ່​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເຊິ່ງ​ລວມ​ທັງ​ປະ​ເທດ​ອາ​ເມ​ຣິ​ກາ ທັງ​ຍິນ​ດີ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​​ການສະ​ໜັບ​ສະ​ໜູນ​ອາ​ເມ​ຣິ​ກາ​ຕ້ານ​ກັບ​ພະ​ຍາດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.
 

ຂ່າວ​ແຈ້ງວ່າ: ໃນ​ເວ​ລາ​ກ່າວ​ສູນ​ທອນ​ພົດ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຄົນ​ໃໝ່, ທ່ານ​ໂຈ ໄບ​ເດັນ​ໄດ້ຢືນ​ຢັນ​ວ່າ ອາ​ເມ​ຣິ​ກາ​ກຳ​ລັງ​ເຂົ້າ​ສູ່​ໄລ​ຍະ​ທີ່​ມືດ​ມົນ​ແລະ​ອັນ​ຕະ​ລາຍ​ທີ່​ສຸດ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເຊິ່ງ​ຕ້ອງ​ການ​ກຳ​ລັງ​ທຸກ​ດ້ານ​ເພື່ອ​ຜ່ານ​ຜ່າ​ລະ​ດູ​ໜາວ​​ອັນມືດ​ມົນ. ກ່ຽວ​ກັບ​ເລື່ອງ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,​ກ່ອນ​ອື່ນທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ​ຕໍ່​​ການ​ເສຍ​ຊີ​ວິດ​​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຍ້ອນພະ​ຍາດ​ໂຄວິດ-19, ທ່ານ​ຍັງ​ກ່າວ​ອີກ​ວ່າ:
 

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕ້ານ​ກັບ​ພະ​ຍາດ. ຕາມ​ສະ​ຖິ​ຕິ​ໃນ​ເບື້ອງ​ຕົ້ນ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ນັບ​ແຕ່​ວັນ​ທີ 1 ມີ​ນາ​ປີ​ຜ່ານ​ມາ​ຈົນ​ຮອດ​ວັນ​ທີ 10 ​ມັງ​ກອນ​ປີ​ນີ້,  ຈີນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຜ່ານ​ຈາກ​ຊ່ອງ​ທາງ​ຕ່າງໆ​ເຊັ່ນ ການ​ສົ່ງ​ອອກ​ແລະ​ການ​ຊ່ວຍ​ເຫຼືອ​ເປັນ​ຕົ້ນ, ໄດ້​ສະ​ໜອງ​ຜ້າ​ປິດ​ປາກ​ໃຫ້​ອາ​ເມ​ຣິ​ກາຫຼາຍກວ່າ 42 ຕື້​ອັນ, ຊົບ​ມື 900 ລ້ານກວ່າ​ຄູ່, ຊຸດ​ປ້ອງ​ກັນ​ 780 ລ້ານ​ຊຸດ, ແວ່ນ​ຕາ​ກັນ​ພະ​ຍາດ 50,66 ລ້ານ​ອັນ, ເຄື່ອງ​ຊ່ວຍ​ຫາຍ​ໃຈ 15.648 ເຄື່ອງ, ເຄື່ອງ​ຊ່ວຍ​ຫາຍ​ໃຈ​ອະ​ເໜກ​ປະ​ສົງ 257 ເຄື່ອງ. ນອກ​ນີ້, ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ທີ່​ກ່ຽວ​ຂ້ອງ, ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ອື່ນໆ​ພາຍ​ໃນ​ປະ​ເທດ​ຈີນ​ຕ່າງ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອອຸ​ປະ​ກອນ​ການ​ແພດ​ປະ​ເພດ​ຕ່າງໆ​ຈຳ​ນວນ​ບໍ່​ໜ້ອຍ​​ແກ່​ອາ​ເມ​ຣິ​ກາ. ”

 

ຄຳ​ເຫັນ

0