吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ການ​ລົງທຶນ​ໂດຍ​ກົງຂອງ​ຈີນ​ຢູ່​ຕໍ່​ຕ່າງປະ​ເທດ​​ໃນ​ປີ 2020 ​ເພີ່ມຂຶ້ນ 3,3%

2021-01-22 15:56:38 cri

ກະຊວງ​ການ​ຄ້າ​ຈີນ ​ແລະ​ອົງການຄຸ້ມ​ຄອງ​ເງິ​ນຕາ​ຕ່າງປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະຖິຕິ​​ໂດ​ຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2020, ​ມູນ​ຄ່າ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່ຕ່າງປະ​ເທດ​ບັນລຸເຖິງ 132,94 ຕື້​​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 3,3% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ 2019. ​ໃນ​ນັ້ນ, ມູນ​ຄ່າ​ການ​ລົງທຶນ​ໂດຍ​ກົງຂອງ​ຈີນ​ຢູ່​ຕ່າງປະ​ເທດ​ທີ່​ບໍ່​ແມ່ນດ້ານ​ການ​​ເງິນ​ມີ​ເຖິງ 110, 15 ຕື້​ໂດ​ລາ​ສະຫະລັດ. ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ລົງທຶນຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ​ໄດ້ພັດທະນາ​ຢ່າງ​ໝັ້ນ​ທ່ຽງ ​​ແລະ​ປອດ​​ໃສ, ຍອດ​ມູນ​ຄ່າ​ການ​ລົງທຶນ​ຢູ່ຕ່າງ​ປະ​ເທດກໍ​ມີ​ການ​ເຕີບ​ໂຕ. ຂະນະ​ດຽວ​ກັນ, ອຸດສາຫະກຳ​ຈີນ​ເພື່ອບໍລິການ​ຮັບ​ເໝົາ​ຂອງ​ຕ່າງປະ​ເທດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ​ປອດ​ໃສ, ​ໄດ້​ບັນລຸ​ມູນ​ຄ່າ​ການ​ຮັບ​ເໝົາລື່ນ​ກາຍ 100 ຕື້​ໂດ​ລາ​ສະຫະລັດ​ເປັນ​ຄັ້ງ​ທຳ​ອິດ.

​ໃນ​ມື້​ດຽວ​ກັນ, ທ່ານກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະຖິຕິ​ດ້ານການ​ລົງທຶນຂອງ​ຈີນ​ຢູ່​ຕ່າງປະ​ເທດໃນ​ປີ 2020 ​ແລະ​ກ່າວ​ວ່າ: ​ໃນ​ປີຜ່ານມາ, ຈີນ​ໄດ້​ຊຸກຍູ້ການ​ຮ່ວມ​ມື ​ແລະ​ການ​ລົງທຶນ​​ຢູ່ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢ່າງ​ໝັ້ນທ່ຽງ. ​ໃນ​ປີ 2020, ວິ​ສາ​ຫະກິດ​ຈີນ​ໄດ້​ລົງທຶນ​ໂດຍ​ກົງ​ທີ່​ບໍ່​ແມ່ນດ້ານ​ການ​​ເງິນ​ຢູ່ 58 ປະ​ເທດ​ຄູ່​ຮ່ວມ​ມືຂອງ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ບັນລຸ 17,79 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 18,3% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019, ກວມ​ 16,2% ຂອງ​ມູນ​ຄ່າ​ການ​ລົງທຶນທັງ​ໝົດ​ໃນ​ໄລຍະ​ດຽວ​ກັນ. ​ມູນ​ຄ່າຂອງ​ສັນຍາ​ໂຄງການ​ຮັບ​ເໝົາ​ທີ່​ໄດ້​ເຊັນ​ກັນ​ໃໝ່​ຢູ່ບັນດາ​ປະ​ເທດ​ລຽບ​ຕາມມີ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ບັນລຸເຖິງ 141,46 ຕື້​ໂດ​ລາ​ສະຫະລັດ.

ຄຳ​ເຫັນ

0