尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເດັດດ່ຽວຈະ​​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດມີ​ສະ​ພາບ​ການ​ທີ່ທຳລາຍຜົນປະໂຫຍດຂອງ​ຈີນແຕ່​ຫວັງ​ຢາກ​ໄດ້ຜົນ​ປະ​ໂຫຍດ​ນຳ​ຈີນ

2021-01-22 16:36:42 cri

ຈີນເດັດດ່ຽວຈະ​​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດມີ​ສະ​ພາບ​ການ​ທີ່ທຳລາຍຜົນປະໂຫຍດຂອງ​ຈີນແຕ່​ຫວັງ​ຢາກ​ໄດ້ຜົນ​ປະ​ໂຫຍດ​ນຳ​ຈີນ_fororder_4d086e061d950a7b548cd54f24e28ddef3d3c9bf

ໃນ​ເວ​ລາ​ທີ່​ທ່ານ ໂຈ ໄບເດັນ ສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີອາເມຣິກາຢ່າງເປັນທາງການຢູ່ນະຄອນຫຼວງວໍຊິງຕັນ, ກະຊວງການຕ່າງປະເທດຈີນໄດ້ປະກາດໃນຕອນເຊົ້າວັນທີ 21 ມັງກອນນີ້ວ່າຈະຂວ້ຳບາດນັກການເມືອງອາເມຣິກາ 28 ຄົນທີ່​ຕໍ່​ຕ້ານ​ຈີນທີ່ໄດ້ລ່ວງລ້ຳອະທິປະໄຕຂອງຈີນແລະ​ມີ​ຄວາມຮັບຜິດຊອບຕົ້ນຕໍໃນບັນຫາທີ່ກ່ຽວຂ້ອງກັບຈີນ ໃນນັ້ນລວມທັງທ່ານ ໄມ ພົມເພວ ໃນລັດຖະບານ​ຂອງ​ທ່ານໂດໂນ ທຣຳ ແລະທ່ານອື່ນໆ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ: ຈີນໄດ້ປະກາດການຂວ້ຳບາດເຈົ້າໜ້າທີ່ທີ່​ໝົດ​ອາ​ຍຸ​ກະ​ສຽນ​ໃນ​ໜ້າ​ທີ່ຕຳແໜ່ງຂອງອາເມຣິກາໃນ ເວລານີ້ເປັນການຕອບ​ໂຕ້ທີ່ສົມເຫດສົມຜົນຕໍ່ຜູ້​ທີ່ທຳລາຍການພົວພັນຈີນ-ອາເມຣິກາຢ່າງໜັກໜ່ວງຂອງລັດຖະບານຊຸດຜ່ານມາ,ທັງເປັນການ​ກຳ​ນົດ​ທິດ​ທາງ​ພື້ນ​ຖານ​ແລະ​ເສັ້ນ​ພື້ນ​ຖານ​ຕ່ຳ​ສຸດ​ຂອງການພົວພັນລະຫວ່າງຈີນ-ອາເມຣິກາໃນອະນາຄົດອີກດ້ວຍ.

ຈີນເດັດດ່ຽວຈະ​​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດມີ​ສະ​ພາບ​ການ​ທີ່ທຳລາຍຜົນປະໂຫຍດຂອງ​ຈີນແຕ່​ຫວັງ​ຢາກ​ໄດ້ຜົນ​ປະ​ໂຫຍດ​ນຳ​ຈີນ_fororder_97ba71c3-a062-485e-8152-b48841743115

ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດຈີນສະບັບດັ່ງກ່າວໄດ້ລະບຸວ່າ: ບຸກຄົນເຫຼົ່ານີ້ກໍຄືຄອບຄົວຂອງເຂົາເຈົ້າໄດ້ຖືກຫ້າມບໍ່​ໃຫ້ເຂົ້າແຜ່ນດິນໃຫຍ່ຈີນ,ເຂດບໍ​ລິ​ຫານພິເສດຮົງກົງແລະເຂດ​ບໍ​ລິ​ຫານພິເສດມາກາວ, ເຂົາເຈົ້າກໍຄືວິສາຫະກິດແລະອົງການທີ່ກ່ຽວຂ້ອງ​ກັບ​ເຂົາ​ເຈົ້າໄດ້ຖືກຈຳກັດ​ການຄົບຄ້າແລະຄ້າຂາຍກັບຈີນ. ນັກການເມືອງຈຳນວນໜຶ່ງຂອງອາເມຣິກາໄດ້ສະແຫວງຫາຜົນປະໂຫຍດສ່ວນຕົວທາງການເມືອງແລະມີຄວາມ​ເຫັນ​ລຳ​ລຽງ​ແລະຄຽດຊັງຕໍ່ຈີນໂດຍບໍ່ເອົາຫົວຊານຳຜົນປະໂຫຍດ​ຂອງປະຊາຊົນ​ສອງ​ຊາດ, ນຳໃຊ້ແລະຊຸກຍູ້​ໃຫ້​ເກີດ​ມີການກະທຳທີ່ປ່ວງບ້າຕ່າງໆ, ໄດ້ແຊກແຊງວຽກງານພາຍໃນຂອງຈີນ,ທຳລາຍຜົນປະໂຫຍດຂອງຈີນແລະທຳລາຍຈິດໃຈຂອງປະຊາຊົນຈີນຢ່າງໜັກໜ່ວງ, ​ທັງໄດ້ທຳລາຍການພົວພັນລະຫວ່າງຈີນ-ອາເມຣິກາຢ່າງໜັກໜ່ວງ. ຄວາມຕັດສິນໃຈຂອງລັດຖະບານຈີນໃນການປົກປ້ອງອະທິປະໄຕແຫ່ງຊາດແລະຜົນປະໂຫຍດ​ດ້ານຄວາມໝັ້ນຄົງ​ແລະການພັດທະນາມີຄວາມເດັດດ່ຽວໜຽວແໜ້ນ​ທີ່​ສຸດ.

ຈີນເດັດດ່ຽວຈະ​​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດມີ​ສະ​ພາບ​ການ​ທີ່ທຳລາຍຜົນປະໂຫຍດຂອງ​ຈີນແຕ່​ຫວັງ​ຢາກ​ໄດ້ຜົນ​ປະ​ໂຫຍດ​ນຳ​ຈີນ_fororder_8644ebf81a4c510f85ed02c44d6aca2ad52aa5fa

ໃນ​ເວ​ລາ​ທີ່ຈີນໄດ້ປະກາດ​ການ​ຕອບ​ໂຕ້​ກ່ຽວ​ກັບການຂວ້ຳບາດໃນໂອກາດການມອບຮັບອຳ​ນາດ​ຂອງລັດຖະບານອາເມຣິກາຊຸດເກົ່າແລະ​ຊຸດໃໝ່ ເຊິ່ງໄດ້ດຶງດູດຄວາມ​ສົນ​ໃຈຢ່າງກວ້າງຂວາງຈາກວົງການພາຍນອກ. ທ່ານ ຫຼີໄຫຕົ່ງ ສາດສະດາຈານຂອງສະຖາບັນຄົ້ນຄວ້າການພົວພັນສາກົນຂອງວິທະຍາໄລການຕ່າງປະເທດຈີນໄດ້ກ່າວໃນວັນທີ 21 ມັງກອນນີ້ວ່າ: ຈີນເລືອກສົ່ງສັນຍານທີ່ຈະແຈ້ງທີ່ສຸດໃນ​ຕອນ​ນີ້​ມີ​ຈຸດ​ປະ​ສົງ​ຄື: ດ້ານໜຶ່ງ​ກໍເພື່ອລົງໂທດເຈົ້າໜ້າທີ່ລັດຖະບານຊຸດເດີມ,ເພື່ອເຮັດໃຫ້ເຂົາເຈົ້າ​ຮັບ​ຮູ້​ການ​ຕອບ​ໂຕ້​ຂອງ​ຈີນ,​ຜູ້​ໃດໃສ່ຮ້າຍປ້າຍສີຈີນຈະມີຜົນຮ້າຍແບບ​ນີ້ຢ່າງແນ່ນອນ. ອີກດ້ານໜຶ່ງ, ​ນີ້​ກໍ​ເປັນ​ການ​ກຳ​ນົດ​ທິດ​ທາງ​ພື້ນ​ຖານໃຫ້ແກ່ການພົວພັນລະຫວ່າງຈີນ-ອາເມຣິກາໃນອະນາຄົດນັ້ນກໍຄື: ໃນເວລາທີ່ອາເມຣິກາວາງແລະປະຕິບັດນະໂຍບາຍ​ກ່ຽວ​ກັບຈີນ, ຕ້ອງເຄົາລົບຜົນປະໂຫຍດໃຈກາງຂອງຈີນແລະເຄົາລົບ​ເສັ້ນ​ພື້ນ​ຖານ​ຕ່ຳ​ສຸດ​ຂອງ​ຫຼັກ​ການ​ການ​ພົວ​ພັນ​ສາ​ກົນ.
 

ທ່ານ ຕ່ຽວຕ້າມິງ ຮອງສາດສະດາຈານຂອງວິທະຍາໄລການພົວພັນ ຕ່າງປະເທດຂອງມະຫາວິທະຍາໄລປະຊາຊົນຈີນກ່າວວ່າ: ນີ້ແມ່ນມາດຕະການຂວ້ຳບາດທີ່​ເທົ່າ​ທຽມ​ກັນ​ແບບໜຶ່ງ. ເຈົ້າໜ້າທີ່ໃນບັນຊີລາຍຊື່ການຂວ້ຳບາດ​ມັກ​ສະ​ແຫວງ​ຫາແຕ່ຜົນປະໂຫຍດສ່ວນຕົວໃນໄລຍະດຳລົງຕຳແໜ່ງຂອງຕົນ, ເປັນການທຳລາຍການພົວພັນຈີນ-ອາເມຣິກາຢ່າງຮ້າຍແຮງ, ສະ​ນັ້ນ​ຈີນ​ຈຶ່ງຕອບໂຕ້ຄືນຢ່າງແນ່ນອນ. ທ່ານ​ນີ້​ຍັງກ່າວເນັ້ນວ່າ: ​ຈີນຈະ​​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດ​ມີ​ສະ​ພາບ​ການ​ທີ່​​ທຳລາຍຜົນປະໂຫຍດຈີນ​​ແຕ່​​​ຢາກ​ໄດ້ຜົນ​ປະ​ໂຫຍດ​ນຳ​ຈີນຢ່າງເດັດຂາດ.

ຄຳ​ເຫັນ

0