覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ເຕືອນ​ວ່າ ການ​ກັກ​ຕຸນ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ​ຂອງ​ບາງ​ປະ​ເທດ​ຈະ​ກະ​ທົບ​ເຖິງ​ປະ​ເທດ​ອາ​ຟ​ຣິກ​ກາ​​ໃນ​ການຟື້ນ​ຄືນຈາກ​ສະ​ພາບ​ລະ​ບາດ​ຂອງ​ພະ​ຍາດ

2021-01-22 15:14:51 cri

ອົງ​ການ​ອະ​ນາ​ໄມ​ໂລກ​ເຕືອນ​ວ່າ ການ​ກັກ​ຕຸນ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ​ຂອງ​ບາງ​ປະ​ເທດ​ຈະ​ກະ​ທົບ​ເຖິງ​ປະ​ເທດ​ອາ​ຟ​ຣິກ​ກາ​​ໃນ​ການຟື້ນ​ຄືນຈາກ​ສະ​ພາບ​ລະ​ບາດ​ຂອງ​ພະ​ຍາດ_fororder___172.100.100.3_temp_9500049_1_9500049_1_6012_22239470-92c0-40f0-a694-6b102035e818
 

ວັນ​ທີ 21 ມັງ​ກອນ​ນີ້, ສຳ​ນັກ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຟີ​ຣິ​ກາ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ອ໋ອນ​ລາຍ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ແຜນ​ປະ​ຕິ​ບັດ​​ງານ​ກ່ຽວ​ກັບການ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ຂະ​ໜາດ​ໃຫຍ່​ຢູ່​ອາ​ຟ​ຣິ​ກາ​ພ້ອມ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ທີ່​ພວມ​ຜະ​ເຊີນ​ຢູ່. ທ່ານນາງ​​ມັດ​ຊີ​ດີ​ໂຊ ເຣ​ເບ​ຄາ ໂມ​ຕີ ຫົວ​ໜ້າ​ສຳ​ນັກ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຟ​ຣິກ​ກາ​ກ່າວ​ວ່າ: ພາຍ​ໃນ​ເວ​ລາ​ອັນ​ສັ້ນໆຫຼັງ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19, ທົ່ວ​ໂລ​ກ​ກໍ​ໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ທັງ​ອະ​ນຸ​ມັດ​ການ​ນຳ​ໃຊ້​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນ​ຈຳ​ນວນຫຼາຍ​ຊະ​ນິດ, ນີ້​ຄື​ຜົນ​ສຳ​ເລັດ​ທີ່​ສຸດຍອດ​ຢ່າງ​ໜຶ່ງ. ແຕ່​ເນື່ອງ​ຈາກວ່າ ບາງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ຈັດ​ຊື້​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແລ້ວ​ໄດ້​ກັກ​ຕຸນ​ວັກ​ຊີນ​ເປັນ​ຈຳ​ນວນຫຼວງຫຼາຍ ຈິ່ງ​ພາ​ໃຫ້​ລາ​ຄາ​ວັກ​ຊີນ​ຖີບ​ຕົວ​ສູງ​ຂຶ້ນ ​ເຊິ່ງ​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ຕໍ່​ປະ​ເທດ​ອາ​ຟ​ຣິ​ກາ​ໃນ​ການ​ຟື້ນ​ຄືນ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.
 

ຕາມ​ຂໍ້​ມູນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ຕົ້ນ​ອາ​ທິດ​ນີ້, ໃນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ຈຳ​ນວນ 50 ປະ​ເທດ ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແລ້ວ​ປະ​ມານ 40 ລ້ານຫຼອດ. ​ສ່ວນຢູ່​ອາ​ຟ​ຣິກ​ກາ, ​ສາ​ທາ​ລະ​ນະ​ລັດ​ກີ​ເນ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ພຽງ​ປະ​ເທດ​ດຽວ​ທີ່​ໄດ້​ສະ​ໜອງວັກ​ຊີນ​ໃຫ້​ປະ​ຊາ​ຊົນ, ແຕ່​ປະ​ເທດ​ນີ້​​ມີພຽງ 25 ​ຄົນເທົ່າ​ນັ້ນ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19.

ຄຳ​ເຫັນ

0