黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ຂວັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ແຕ່​ລະ​ໄລ​ຍະ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສະຫຼາດ​ສ່ອງ​ໃສ​ດ້ານ​ການ​ປົກ​ຄອງ​ທາງ​ການ​ເມືອງຂອງ​ພັກ

2021-03-31 16:34:22 cri

ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1921 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ຜ່ານ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຟ້າ​ຝົນ​ລົມ​ແດງ, ເດີນ​ຜ່ານ​ເສັ້ນ​ທາງ​​ທີ່​ບໍ່​ທຳ​ມະ​ດາ​ເປັນ​ຮ້ອຍ​ປີ. ​ຕະຫຼອດຮ້ອຍ​ປີ​ມາ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ຊົນ​ຊາດ​ຈີນ ແລະ ປະ​ຊາ​ຊົນ​ຈີນ ພ້ອມ​ທັງ​ໄດ້​ສ້າງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ ​ຕໍ່​ສະ​ຖາ​ນະ​ການ​ສາ​ກົນ.

ເມື່ອ​ຫວນ​ຄືນ​ປະ​ຫວັດ​​ສາດ​ການສູ້​ຊົນ​ຜ່ານ​ຜ່າ​ຮ້ອຍ​ປີ​ຂອງ​ພັກ ຈະສາ​ມາດ​ເຫັນ​ໄດ້​ວ່າ: ໃນ​ປະ​ຫວັດ​ສາດ​ແຕ່​ລະ​ໄລ​ຍະ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ຄຳ​ຂວັນ​ທີ່​ຕ່າງ​ກັນ​ອອກ​ມາ. ຄຳ​ຂວັນ​ເຫຼົ່າ​ນີ້ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແນວ​ຄວາມ​ຄິດ​ດ້ານ​ການ​ປົກ​ຄອງ​​ທາງ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໃຝ່​ຝັນ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ພັກ ແລະ ປະ​ຊາ​ຊົນ​ໃນ​ແຕ່​ລະ​ໄລ​ຍະ, ໄດ້​ຊີ້​​ທິດ​ທາງ​ກ້າວ​ເດີນ​ໃຫ້​ແກ່​ປະ​ເທດ​ຈີນ ແລະ ໄດ້​ກາຍ​ເປັນ​ໜຶ່ງ​ໃນ “ເຄັດ​ລັບ​ສຳ​ເລັດ​ຜົນ” ຂອງພັກ​ກອມ​ມູ​ນິດ​ຈີນ.

ເດືອນ​ກໍ​ລະ​ກົດ​ປີ 1922, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້, ກອງ​ປະ​ຊຸມ​ໄດ້​ສະ​ເໜີ​ຄຳ​ຂວັນ​ທີ່​ວ່າ: “ພັກ​ກອມ​ມູ​ນິດ​ຈີນ​ໝັ້ນ​ຍືນ!” ອອກ​ມາ​ຢ່າງ​ຈະ​ແຈ້ງ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​​ອຸ​ດົມ​ຄະ​ຕິ​ອັນ​​ໜັກ​ແໜ້ນ​ຂອງ​ຊາວກອມ​ມູ​ນິດ ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດກອມ​ມູ​ນິດ​ຂອງ​ຈີນ; ໃນ​ເວ​ລາ​ຜະ​ເຊີນ​ໜ້າ​ກັບ​ສົງ​ຄາມ​ຮຸກ​ຮານ​ຈີນ​ຂອງ​ຈັກ​ກະ​ພັດ​ຍີ່​ປຸ່ນ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ຄຳ​ຂວັນ “ຢຸດ​ຕິ​​ສົງ​ຄາມ​ການ​ເມືອງ, ຮ່ວມ​ກັນ​ຕ້ານ​​ກັບການ​ຮຸກ​ຮານ​ຈາກ​ສັດ​ຕູ​ພາຍນອກ”, ຄັດ​ຄ້ານ​ການ​ປະ​ນິ​ປະ​ນອມ, ການ​ແ​ບ່ງ​ແຍກ ແລະ ການ​ທໍ້​ຖອຍ​ທຸກ​ຮູບ​ແບບ ເຊິ່ງ​ໄດ້​ສ່ອ​ງ​ແສງ​ໃຫ້​ເຫັນ​ເຖິງຫຼັກ​ໝັ້ນ​ອັນ​​ເດັດ​ດ່ຽວຂອງ​ພັກ​ກອມ​ມູ​ນິດ​ຈີນ​ ທີ່​ຈະ​ຕໍ່​ສູ້​ຈົນ​ເຖິງ​ທີ່​ສຸດ ​ເພື່ອ​ການ​ຢູ່​ລອດ​ຂອງ​ຊົນ​ຊາດ​ຈີນ; ປີ 1945, ພາຍຫຼັງ​ສົງ​ຄາມ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກ​ກະ​ພັດ​ຍີ່​ປຸ່ນ​ຂອງ​ຈີນ ​ໄດ້​ຮັບ​ໄຊ​ຊະ​ນະ​ແລ້ວ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ 3 ຄຳ​ຂວັນ​ໃຫຍ່ ຄື “ສັນ​ຕິ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ສາ​ມັກ​ຄີ​ກັນ” ອອກ​ມາ ເຊິ່ງ​ໄດ້​ບັນ​ຍາຍ​ຈຸດ​ຢືນ​ຂອ​ງ​ຕົນ ທີ່​ບັນ​ລຸ​ຄວາມ​ເປັນ​ເອ​ກະ​​ພາບແຫ່ງ​ຊາດ, ສ້າງ​ສາ​ປະ​ເທດ​ຈີນ​ໃໝ່​ທີ່​ມີ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ມັ່ງ​ຄັ່ງ​ເຂັ້ມ​ແຂງ ບົນ​ພື້ນ​ຖານ​ສັນ​ຕິ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ສາ​ມັກ​ຄີ​ກັນ; ພາຍຫຼັງ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລ້ວ, ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ແລະ ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິຍົມ, ຄຳ​ຂວັນ​ທີ່​ວ່າ: “​ບາກ​ບັ່ນ​ຂະ​ຫຍັນ​ພຽນຢູ່​ກ່ອນ, ສະ​ເຫວີຍ​ສຸກ​ຕາມຫຼັງ” ໄດ້​ກາຍ​ເປັນ​ພະ​ລັງ​ທາງ​ດ້ານ​ຈິດ​ໃຈ​ ທີ່​ກະ​ຕຸກ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຈີນບຸກ​ບືນ​ກ້າວ​ໜ້າ​ຢ່າງ​ບໍ່​ລົດ​ລະ; ຄຽງ​ຄູ່​ກັບ​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ສັງ​ຄົມ​ຈີນ​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ເລື້ອຍໆ, ​ໃນ​ໄລ​ຍະ​ນີ້, ຄຳ​ຂວັນ​ທີ່​ວ່າ: “ປົດ​ປ່ອຍ​ແນວ​ຄິດ, ສະ​ແຫວງ​ຫາ​ສັດ​ຈະ​ດ້ວຍ​ຄວາມ​ເປັນ​ຈິງ” ໄດ້​ສ້າງ​ພື້ນ​ຖານ​ດ້ານ​ແນວ​ຄິດ​ໃຫ້​ແກ່​ປ​ະ​ຊາ​ຊົນ​ຈີນ ເພື່ອ​ທັບ​ມ້າງ​ຄວາມ​ຜູກ​ມັດ​ດ້ານ​ແນວ​ຄິດ. ມາ​ຮອດ​ສະ​ໄໝ​ປັດ​ຈຸ​ບັນ, ຄຳ​ຂວັນ​ຕ່າງໆ ເຊັ່ນ​: “ສ້າງ​​ສາສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ”, “ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ”, “ພູ​ຂຽວ​ນ້ຳ​ໃສ​ຈິ່ງ​ແມ່ນ​ພູ​ເງິນ​ພູ​ຄຳ” ແລະ ອື່ນໆ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສະຫຼາດ​ສ່ອງ​ໃສ​ດ້ານ​ການ​ປົກ​ຄອງ​ທາງ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ນັບ​ແຕ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຮ້ອຍ​ປີ​ມາ​ນີ້, ເຖິງ​ແມ່ນ​ວ່າ​ຄຳ​ຂວັນ​ຂອງ​ພັກ​ ໄດ້​ເກີດ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ໃນ​ດ້ານ​ເນື້ອ​ໃນ ແລະ ແນວ​ຄວາມ​ຄິດ​ກໍ​ຕາມ, ແຕ່​ທາດ​ແທ້​​ແຫ່ງ​ “ການຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ” ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ບໍ່​ເຄີຍ​ມີ​ການ​ປ່ຽນ​ແປງ​ຈັກ​ເທື່ອ ເຊິ່ງ​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຈີນ​ມາ​ໂດຍ​ຕະຫຼອດ. ຄຳ​ຂວັນ​ທີ່​​ສອດ​ຄ່ອງ​ກັບ​ຍຸກ​ສະ​ໄໝ ກໍເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເຊິ່ງ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຈີນ​ ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ ແລະ ຍາດ​ເອົາ​ໄຊ​ຊະ​ນະ​ເລື້ອຍໆ ພາຍ​ໃຕ້​ການ​ປຸກ​ລະ​ດົມ​ຂົນ​ຂວາຍ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ຄຳ​ເຫັນ

0