吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງການ​ອາ​ຫານໂລກຂອງ​ສະຫະ​ປະຊາ​ຊາດ​ຕັກ​ເຕືອນ: ສະ​ບຽງ​ອາ​ຫານ​ຂອງ​ຫລາຍ​ປະ​ເທດໃນ​ອາຟຼີ​ກາ​ບໍ່​ສາ​ມາດໄດ້​ຮັບ​ການ​ຮັບ​ປະ​ກັນ

2021-04-18 14:36:18 cri

   ​ວັນ​ທີ 16 ມາ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂຄງການ​ອາ​ຫານໂລກຂອງ​ສະຫະ​ປະຊາ​ຊາດ ຫຼື WFP ​ຕັກ​ເຕືອນ​ວ່າ: ຍ້ອນ​ວ່າ​ລາ​ຄາ​ສະ​ບຽງ​ອາ​ຫານ​​ຖີບ​ສູງ​ຂຶ້ນ​ຫລາຍ, ​ຢູ່​ອາຟຼີ​ກາຕາ​ເວັກ​ຕົກ ແລະ​ອາຟຼີ​ກາ​ກາງ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ຖືກ​ກະ​ທົບ​ຈາກ​ສອງ​​ປັດ​ໄຈ,ຄື: ການ​ປະ​ທະ​ກັນ ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ສະ​ພາບ​ການ​ອຶດ​ຫິວ​ຂອງ​ຄອບ​ຄົວ​​ນັບ​ເປັນ​ລ້ານ ​ນັບ​ມື້​ນັບ​ໜັກ​ໜ່ວງກວ່າ​ເກົ່າ, ຂົງ​ເຂດ​ທີ່​ເກີດສະ​ພາບ​ສຸກ​ເສີນ​ທີ່​ອຶດ​ຫິວ​ໄດ້​ກວ້າງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ. WFPແຈ້ງ​ໃຫ້​ຊາບ​ວ່າ: ຕ້ອງ​ນຳ​ໃຊ້​ມາດ​ຕະ​ການ​ທັນ​ທີ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ໄພ​ພິ​ບັດ​ເກີດ​ຂຶ້ນ.

   WFP ຄາດ​ຄະ​ເນ​ວ່າ: ໃນ​ເດືອນ​ມິ​ຖຸ​ນາ​ ຫາ​ເດືອນ​ສິງ​ຫາ​ທີ່​ຈະ​ມາ​ເຖິງ​ນີ້, ​ປະ​ຊາ​ຊົນ 31 ລ້ານກວ່າ​ຄົນ​ໃນເຂດ​ແຄວ້ນ​ດັ່ງ​ກ່າ​ວ​ບໍ່​ສາ​ມາດ​​ໄດ້​ຮັບ​​ການ​ຮັບ​ປະ​ກັນ​ໃນ​ດ້ານສະ​ບຽງ​ອາ​ຫານ.

 

ຄຳ​ເຫັນ

0